ຄິມອູບິນ ກໍາລັງເຮັດສັນຍາກັບ ເອເຈນຊີ ໃໝ່ຫຼັງຈາກອອກຈາກ SidusHQ

  ໃນວັນທີ 3 ກຸມພາ 2020 ໂຕແທນອຸດສາຫະກໍາລາຍງານ ວ່າ: ນັກສະແດງໄດ້ຫາລືກັບ AM Entertainment ເພື່ອເຊັນສັນ ຍາທາງຕົ້ນສັງກັດເພື່ອຕອບຕໍ່ລາຍ ງານແຫຼ່ງຂ່າວຈາກ AM Entertainment ຍືນຍັນວ່າກໍາລັງເຈລະຈາເພື່ອເຊັນສັນຍາພິເສດກັບ ຄິມ ອູບິນ ມີລາຍງານເມື່ອເດືອນທັນວາ 2019 ວ່ານັກສະແດງຈະຈາກໄປ ແຕ່ ເອເຈນຊີ ໃຫ້ຄວາມເຫັນໃນເວລາທີ່ຍັງບໍ່ມີການຕັດສິນໃຈເທື່ອ.

  ເມື່ອວັນທີ 3 ກຸມພາພັນ Sidus HQ ກ່າວວ່າ: ການເຊັນສັນຍາກັບ ຄິມອູບິນ ແລ້ວຫຼັງຈາກລົມກັບນັກສະແດງຢ່າງ ຄິມອູບິນ ທີ່ເຮົາຢູ່ນໍາກັນມາ 8 ປີ ເຮົາກໍມາຮອດ ຂໍ້ຕົກລົງຮ່ວມກັນເພື່ອຍຸດຕິໜ້າທີ ການຈັດການຂອງ ຄິມອູບິນ ໃນເດືອນທັນວາ 2019 ເຮົາຂອບໃຈ ແຟນໆທີ່ໃຫ້ຄວາມຮັກກັບ ຄິມອູ ບິນ ແລະເຮົາຫວັງວ່າແຟນໆຍັງ ຄົງສະແດງຄວາມສົນໃຈ ແລະສະໜັບສະໜູນ ຄິມອູບິນ ຕໍ່ໄປ, ຊຶ່ງ ຄິມອູບິນ ໄດ້ເຊັນສັນຍາກັບ SidusHQ ເປັນຄັ້ງທໍາອິດໃນຊ່ວງຕົ້ນປີ 2012 ປະຈຸບັນ ຊິນມິນອາ ໄດ້ເຊັນສັນຍາກັບ AM Entertain ment ຄິມອູບິນ ແລະຊິນມິນອາ ເຈີກັນເມື່ອໄດ້ເປັນນາງແບບ ແລະ ນາຍແບບໃຫ້ກັບ Giordano ແລະຢືນຢັນຄວາມສໍາພັນຂອງທັງສອງໃນເດືອນມັງກອນ 2015.