ສູດຢາພື້ນບ້ານກັບການແກ້ໂລກໄຂ້ຫວັດ

  ສັງຄົມປະຈຸບັນເຕັມໄປດ້ວຍມົນລະພິດບໍ່ວ່າຈະເປັນທາງບົກ ແລະອາກາດທີ່ເຮົາຫາຍໃຈ ເຂົ້າອອກແຕ່ລະມື້ປົນເປື້ອນໄປ ດ້ວຍມົນລະພິດຢູ່ໃນອາຫານ ແລະນໍ້າດື່ມກໍລ້ວນແຕ່ຢູ່ໃກ້ເຮົາ ມົນລະພິດເຫຼົ່ານີ້ລ້ວນເຮັດໃຫ້ ເກີດອາການເຈັບປ່ວຍໄດ້ແຕ່ຮູ້ ກັນ ຫຼື ບໍ່ວ່າຜັກ ແລະໝາກໄມ້ທີ່ຢູ່ໃກ້ຕົວເຮົານີ້ກໍສາມາດເປັນຢາ ປິ່ນປົວອາການປ່ວຍໄດ້ເຊັ່ນກັນ ໂດຍສະເພາະປິ່ນປົວໄຂ້ຫວັດ.

  • ໝາກສົ້ມພໍດີ: ກໍເປັນຢາພື້ນ ເມືອງທີ່ເຕັມໄປດ້ວຍວິດຕາມິນຊີ ເໝາະສຳລັບຜູ້ທີ່ມີຄວາມດັນເລືອດ ສູງ ແລະມີສັບພະຄຸນຕ້ານຫວັດ, ແກ້ໄຂ້, ແກ້ໄອຂັບປັດສາວະ, ສານແອນໂຖໄຊຍານິນໃນສົ້ມພໍດີ ມີລິດຕ້ານເຊື້ອໄວຣັດໂດຍກົງ ແລະ ຫຼຸດປະລິມານໄວຣັດເຂົ້າສູ່ຮ່າງ ກາຍ ແລະຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍອີກດ້ວຍ.
  • ໝາກຂາມປ້ອມ: ອຸດົມດ້ວຍ ວິດຕາມິນ C ສູງ ຄົນສະໄໝກ່ອນ ນິຍົມມາໃຊ້ເປັນຢາແກ້ໄອ, ບຳລຸງ ສຽງເຮັດໃຫ້ຊຸ່ມຄໍເພີ່ມພູມຕ້ານ ທານ ແລະມີສານໂພລີຟີນ່ອນທີ່ ອອກລິດຄືວິດຕາມິນ C ປະຈຸບັນ ພົບວ່າສານຊະນິດນີ້ມີລິດຕ້ານໄວຣັດໄຂ້ຫວັດໃຫຍ່ອີກດ້ວຍ.
  • ----
  • ຮຽບຮຽງໂດຍ: ຟ້າ