ການເງິນແຂວງຫຼວງນໍ້າທາສະຫຼຸບວຽກງານປະຈໍາປີ

 ວັນທີ 5 ກຸມພາ 2020 ທີ່ຫ້ອງປະຊຸມພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2019 ແລະວາງທິດທາງແຜນການປີ 2020 ຂະແໜງການເງິນແຂວງຫຼວງນໍ້າທາ, ໂດຍການເປັນປະທານທ່ານ ອ່ອນຈັນ ຄໍາພາວົງ ຫົວໜ້າພະແນກການເງິນແຂວງ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກ ການອ້ອມຂ້າງ, ອົງການທຽບເທົ່າ, ເຈົ້າເມືອງ-ຮອງເຈົ້າເມືອງ 5 ເມືອງ, ລັດວິສາຫະກິດ, 2 ກອງບັນຊາການ ປກຊ-ປກສ, ຕະຫຼອດຮອດພະນັກງານພະແນກການເງິນຂັ້ນ ແຂວງ ແລະຂັ້ນເມືອງ 5 ເມືອງ ເຂົ້າຮ່ວມ.

  ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນແຂວງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການເງິນປະຈໍາປີ 2019 ແລະວາງທິດທາງ ແຜນ ການ 2020 ການຈັດຕັ້ງປະຕິບັດລາຍຮັບງົບປະມານລວມລາຍຮັບສູນກາງ ແລະທ້ອງຖິ່ນ, ແຜນການປີ 2019 ຈໍານວນ 413,23 ຕື້ກີບ,ແຜນດັດແກ້ 410,29 ຕື້ກີບ, ປະຕິບັດໄດ້ 494,92 ຕື້ກີບ ລື່ນແຜນ 84,64 ຕື້ກີບ, ລາຍຮັບພູດສູນກາງແຜນ ການປີ 309,16 ຕື້ກີບ ປະຕິບັດໄດ້ 361,52 ຕື້ກີບ ລື່ນແຜນ 52,36 ຕື້ກີບ, ທຽບໃສ່ການຈັດຕັ້ງປະຕິບັດປີຜ່ານມາເພີ່ມຂຶ້ນ 34,49%, ລາຍຮັບພູດທ້ອງຖິ່ນແຜນການ ປີ 104,07 ຕື້ກີບ, ແຜນການດັດແກ້ 101,13 ຕື້ກີບ, ປະຕິ ບັດໄດ້ 133,40 ຕື້ກີບ, ເທົ່າກັບ 131,91%, ຂອງແຜນການດັດແກ້, ລື່ນແຜນ 32,27 ຕື້ກີບ, ທຽບໃສ່ການປະຕິບັດປີຜ່ານມາເພີ່ມຂຶ້ນ 19,04%, ການຈັດຕັ້ງປະຕິບັດເກັບລາຍຮັບຂັ້ນແຂວງແຜນການປີ 81,79 ຕື້ກີບ, ແຜນດັດແກ້ 81,23 ຕື້ກີບປະຕິບັດໄດ້ 111,04 ຕື້ກີບ, ເທົ່າກັບ 136, 69%,ຂອງ ແຜນ ການດັດແກ້ໃນນີ້ລາຍຮັບສ່ວຍສາອາກອນແຜນການປີ 77,49 ຕື້ກີບ, ປະຕິບັດໄດ້ 101,61 ຕື້ກີບ, ລາຍຮັບຄຸ້ມຄອງຊັບສິນ ຂອງລັດແຜນການປີ 4,30 ຕື້ກີບ ປະຕິບັດໄດ້ 9,24 ຕື້ກີບ, ການຈັດຕັ້ງປະຕິບັດເກັບລາຍຮັບຂັ້ນ ເມືອງແຜນການ 22,28 ຕື້ກີບ, ແຜນດັດແກ້ 19,89 ຕື້ກີບ ປະຕິບັດໄດ້ 22,36 ຕື້ກີບ, ສ່ວນລາຍຮັບສ່ວຍສາອາກອນແຜນການປີ 19,32 ຕື້ກີບ,ແຜນດັດແກ້ 16,93 ຕື້ກີບ ປະຕິບັດໄດ້ 19,28 ຕື້ກີບ,ລາຍຮັບຄຸ້ມຄອງຊັບສິນຂອງລັດແຜນການປີ 2,96 ຕື້ກີບ, ປະຕິບັດໄດ້ 3,08 ຕື້ກີບ.

 ສາເຫດຕົ້ນຕໍທີ່ປະຕິບັດລາຍຮັບໄດ້ລື່ນແຜນຄື:ລາຍຮັບພູດສູນກາງທີ່ປະຕິບັດຢູ່ຂັ້ນແຂວງໄດ້ຈາກຄ່າທໍານຽມຄົນເຂົ້າປະເທດ ວິຊາກັບດ່ານ ເນື່ອງຈາກວ່າປີ 2019 ເປັນປີທ່ອງທ່ຽວລາວ-ຈີນ ມີນັກທ່ອງທ່ຽວເຂົ້າອອກເມືອງ ເພີ່ມຂຶ້ນຖ້າທຽບໃສ່ປີຜ່ານມາ, ຂັ້ນແຂວງຈັດເກັບໄດ້ຈາກການມອບພັນທະອາກອນກໍາໄລ ແລະ ອາກອນມູນຄ່າເພີ່ມຂອງໂຄງການກໍ່ສ້າງຊົນລະປະທານ, ນໍ້າມະ,ນໍ້າ ຢ້າ, ການມອບພັນທະອາກອນ ຈາກບໍລິສັດໂທລະຄົມມະນາຄົມ ແລະການສື່ສານສາຂາແຂວງ ຫຼວງນໍ້າທາ, ໂຄງການຂຸດຄົ້ນຖ່ານ ຫີນເມືອງວຽງພູຄາ, ຂັ້ນເມືອງຄຸ້ມ ຄອງຈັດເກັບໄດ້ຈາກລາຍຮັບພາ ສີທີ່ດິນ,ການເດີນສໍາຫຼວດແລະ ການຂຶ້ນສໍາມະໂນທີ່ດິນຄືນໃໝ່,ຕິດພັນກັນການເກັບພາສີທີ່ດິນ ຜ່ານລະບົບທະນາຄານ,ໄດ້ຈາກ ໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນເມືອງ,ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານແຜນການປີ 367,61 ຕື້ກີບ, ແຜນການດັດແກ້ 364,64 ຕື້ກີບ ປະຕິບັດໄດ້ 342,43 ຕື້ກີບ, ເທົ່າກັບ 93,15% ຂອງແຜນການປີ, ເທົ່າກັບ 93,91% ຂອງແຜນດັດແກ້, ທິດທາງແຜນການຕໍ່ໜ້າແມ່ນຈະສືບຕໍ່ຈັດຕັ້ງປະຕິບັດ ແຜນລາຍຮັບງົບປະມານລວມລາຍຮັບພູດສູນກາງ ແລະທ້ອງຖິ່ນຈໍານວນ 496,86 ຕື້ກີບ, ທຽບໃສ່ແຜນການປີ 2019 ເພີ່ມຂຶ້ນ 2,24%.

 ກອງປະຊຸມຍັງໄດ້ຜ່ານຄໍາແນະນໍາຂອງກະຊວງການເງິນ, ຄໍາແນະນໍາວ່າດ້ວຍການສ້າງ ແຂວງເປັນໜ່ວຍຍຸດທະສາດ,ສ້າງເມືອງໃຫ້ເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດ ທະນາດ້ານການເງິນ, ບາງເນື້ອໃນ ເອກະສານຂອງຂະແໜງສ່ວຍສາອາກອນ, ບາງເນື້ອໃນເອກະສານທີ່ຕິດພັນກັບຂະແໜງພາສີ ແລະ ບາງເນື້ອໃນທີ່ຕິດພັນກັບຂະແໜງ ຄັງເງິນ ແລະຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ໃສ່ບົດສະຫຼຸບ ແລະທິດທາງແຜນ ການຢ່າງກົງໄປກົງມາ.

__________

ຂຽນໂດຍ: ກິ່ນນາລົມ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ