ຄຳມ່ວນຢືນຢັນຍັງບໍ່ພົບຜູ້ຕິດເຊື້ອໂຄໂຣນາ

  ການລະບາດພະຍາດອັກເສບປອດເຊື້ອຈຸລະໂລກໂຄໂຣນາ ສາຍພັນໃໝ່ຢູ່ຈີນ ແລະພົບຜູ້ຕິດ ເຊື້ອຈຳນວນໜຶ່ງຢູ່ຕ່າງປະເທດ ໄດ້ເຮັດໃຫ້ສັງຄົມລາວເກີດຄວາມກັງວົນບວກກັບການເຜີຍແຜ່ຂໍ້ມູນຂ່າວສານບໍ່ມີມູນຄວາມຈິງໃນສື່ ສັງຄົມອອນລາຍ, ຫຼ້າສຸດພະແນກ ສາທາລະນະສຸກແຂວງຄຳມ່ວນ ໄດ້ຢືນຢັນຍັງບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວ.

  ດຣ ພາສຸກ ຄຳມະນີທອງ ຮອງ ຫົວໜ້າພະແນກສາທາລະນະສຸກ ແຂວງຄຳມ່ວນໃຫ້ສຳພາດຕໍ່ສື່ ທ້ອງຖິ່ນເມື່ອວັນທີ 3 ກຸມພາ 2020 ຕໍ່ກັບການກະກຽມຮັບມື ແລະ ເຝົ້າລະວັງພະຍາດໂຄໂຣນາສາຍພັນໃໝ່ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຈາກກະຊວງສາທາລະນະສຸກຂະແໜງການພວກເຮົາກໍ່ ໄດ້ນຳເອົາເອກະສານດັ່ງກ່າວ ແຈ້ງລົງໄປຫ້ອງການສາທາລະນະສຸກຂັ້ນເມືອງເພື່ອແຈ້ງຕໍ່ລົງ ເຖິງບັນດາກຸ່ມບ້ານໃຫ້ມີການເຝົ້າລະວັງຢ່າງຮີບດ່ວນແລະຖ້າພົບເຫັນຜູ້ປ່ວຍທີມີອາການໄຂ້, ໄອ ຫຼື ຈາມ ທີ່ມີອາການຄ້າຍຄືແມ່ນຕ້ອງ ໄດ້ແນະນຳໃຫ້ເຂົາເຈົ້າເຂົ້າຮັບການປິ່ນປົວຈາກແພດ-ໝໍ. ສຳລັບຢູ່ຂັ້ນແຂວງແມ່ນໄດ້ຝຶກອົບຮົມ ກ່ຽວກັບນິຍາມຂອງພະຍາດດັ່ງ ກ່າວໃຫ້ກັບພະນັກງານແພດ-ໝໍ ພ້ອມທັງກະກຽມຫ້ອງພິເສດເພື່ອ ຮອງຮັບໃຫ້ແກ່ຜູ້ທີ່ມີອາການຄ້າຍຄືພະຍາດດັ່ງກ່າວເພື່ອວິເຄາະ ແລະກວດກາຢ່າງລະອຽດວ່າຜູ້ ກ່ຽວຕິດເຊື້ອດັ່ງກ່າວແທ້ ຫຼື ບໍ່ພ້ອມ ຊອກຫາວິທີປິ່ນປົວ, ສຳລັບຢູ່ດ່ານ ສາກົນໃນແຕ່ລະດ່ານແມ່ນມີພະນັກງານປະຈຳເພື່ອກວດກາແລະ ຕິດຕາມຢ່າງໃກ້ຊິດຖ້າຫາກພົບເຫັນຜູ້ທີ່ມີອາການຄ້າຍຄືທີ່ເປັນຄົນຕ່າງປະເທດແມ່ນບໍ່ອະນຸຍາດ ໃຫ້ຜ່ານດ່ານຕ້ອງແນະນຳໃຫ້ຜູ້ ກ່ຽວກັບຄືນໄປປິ່ນປົວກ່ອນ, ແຕ່ ຖ້າແມ່ນຄົນລາວກໍ່ຕ້ອງໃຫ້ເຂົ້າ ມາກວດຢູ່ໂຮງໝໍຢ່າງຮີບດ່ວນ. ມາຮອດປະຈຸບັນແຂວງຄຳມ່ວນແມ່ນຍັງບໍ່ພົບເຫັນຜູ້ຕິດເຊື້ອດັ່ງ ກ່າວແຕ່ເຖິງຢ່າງໃດກໍ່ຕາມຂໍຮຽກ ຮ້ອງເຖິງພໍ່ແມ່ປະຊາຊົນໃຫ້ມີ ການເຝົ້າລະວັງແລະຕິດຕາມຂໍ້ມູນຂ່າວສານຢ່າງໃກ້ຊິດເນື່ອງ ຈາກພະຍາດດັ່ງກ່າວແມ່ນແຜ່ເຊື້ອ ໄດ້ງ່າຍ ແລະສາມາດຕິດຕໍ່ທາງ ລະບົບຫາຍໃຈໂດຍສະເພາະ ຈາກການໄອ, ຈາມ, ນໍ້າມູກ, ນໍ້າ ລາຍເປັນຕົ້ນ ແລະວິທີການປ້ອງ ກັນດີທີ່ສຸດ ຕ້ອງຫຼີກເວັ້ນການຢູ່ ບ່ອນທີ່ມີຄົນແອອັດ ແລະໃຊ້ຜ້າ ອັດປາກໃນເວລາທີ່ຢູ່ໃກ້ກັບຄົນ ໄອ ຫຼື ຈາມ ແລະໃນບ່ອນທີ່ມີມວນຊົນຫຼາຍ ຫຼື ສະຖານທີ່ສາທາລະ ນະຕ່າງໆ.

  ສະເພາະພະຍາດທີ່ເກີດຂຶ້ນຢູ່ພາຍໃນແຂວງຄຳມ່ວນ ທີ່ພົບເຫັນໃນປະຈຸບັນມີພະຍາດໄຂ້ຫວັດ, ອັກເສບປອດ ແລະພະຍາດຖອກທ້ອງ.ສະເພາະພະຍາດຖອກທ້ອງຖ່າຍ ເປັນນໍ້າ ພົບເຫັນແລ້ວໃນທົ່ວ ແຂວງຈຳນວນ 624 ກໍລະນີ ແຕ່ ຍັງບໍ່ມີກໍລະນີທີ່ຮ້າຍແຮງ ຫຼື ເສຍ ຊີວິດ, ສ່ວນ

----

 ໂດຍ: ກອງຄຳ