ເຈົ້າແຂວງສະຫວັນນະເຂດ ຕິດຕາມການຜະລິດ ເມືອງວິລະບູລີ

 ເມື່ອບໍ່ດົນຜ່ານມານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະພະແນກການອ້ອມຂ້າງແຂວງ ຊຶ່ງປະກອບມີ:ຫ້ອງວ່າການປົກຄອງແຂວງ, ພະແນກກະສິກຳ-ປ່າໄມ້, ພະແນກແຜນການ-ການລົງທຶນ, ເຂດເສດຖະກິດພິເສດສະຫວັນ-ເຊໂນ,ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ພະແນກພະລັງງານ-ບໍ່ແຮ່, ກອງບັນຊາການທະຫານແຂວງ,ປກສ ແຂວງ, ພະແນກສຶກສາທິການ ແລະກີລາແຂວງ, ສາທາລະນະສຸກ,ໂຍທາທິການ ແລະຂົນສົ່ງແຂວງ ໄດ້ຮ່ວມຕິດຕາມການຜະລິດລະດູແລ້ງ ແລະການສ້ອມ ແປງຊົນລະປະທານຢູ່ເມືອງວິລະບູລີ, ໂດຍການຕ້ອນຮັບ ແລະພາທາງໂດຍ ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ພ້ອມຄະນະ.

  ໃນການລົງຢ້ຽມຢາມຄັ້ງນີ້ ໄດ້ລົງຕິດຕາມ ການສ້າງຝາຍນ້ຳລົ້ນຫ້ວຍຕະງີ ບ້ານນາກະຊີນ, ຊຶ່ງເປັນຝາຍນ້ຳລົ້ນທີ່ມີຄວາມຍາວ 91,6 ແມັດ, ສູງ 13 ແມັດ, ສັນຝາຍກວ້າງ 5 ແມັດ, ຕີນຝາຍກວ້າງ 30 ແມັດ, ຖ້າສ້າງສຳເລັດສາມາດເກັບກັກນ້ຳໄດ້ 8 ແສນກວ່າແມັດກ້ອນ, ສະໜອງນ້ຳຫົດເນື້ອທີ່ນາແຊງໄດ້ 20-30 ເຮັກຕາ, ສະໜອງນ້ຳໃນລະດູນາປີໄດ້ 150 ເຮັກຕາ ແລະພືດລະດູແລ້ງໄດ້ 100 ກວ່າເຮັກຕາ, ເລີ່ມ ລົງມືກໍ່ສ້າງມາແຕ່ວັນທີ 25 ມັງກອນ 2020 ຈະໃຫ້ສຳເລັດໃນກາງເດືອນມີນາທີ່ຈະມາເຖິງນີ້, ໃນມູນຄ່າການກໍ່ສ້າງ 71.000 ໂດລາສະຫະລັດ, ໂດຍນຳໃຊ້ທຶນພັດທະນາທ້ອງຖິ່ນຂອງ ເມືອງ. ຈາກນັ້ນ ທ່ານເຈົ້າແຂວງພ້ອມຄະນະໄດ້ ເດີນທາງໄປເບິ່ງຫົວງານຊົນລະປະທານນາ ເຕີ້, ບ້ານທາດນາງລາວ ເຂດຈຸດສຸມເມືອງວັງ ແລະຊົນລະປະທານນາເຕີ້ ຊຶ່ງຊົນລະປະທານ ທີ່ສ້າງມາໄດ້ຫຼາຍປີ ແລະໄດ້ມີການເສີມຄັນຝາຍຂຶ້ນຕື່ມ ເພື່ອໃຫ້ໄດ້ປະລິມານນ້ຳຫຼາຍຂຶ້ນເພາະວ່າໃນປີນີ້ ຊາວນາ-ຊາວກະສິກອນຢູ່ເຂດດັ່ງກ່າວໄດ້ຕື່ນຕົວທຳການຜະລິດເຮັດນາແຊງ ແລະປູກພືດລະດູແລ້ງເພີ່ມຂຶ້ນຫຼາຍກວ່າປີກາຍ. ອີກຢ່າງຢູ່ຈຸດຫົວງານແຫ່ງນີ້ ຍັງເປັນແຫຼ່ງ ທ່ອງທ່ຽວທຳມະຊາດທີ່ສວຍງາມ ໂດຍສະເພາະນໍ້າໃສໄຫຼເຢັນຫຼຽວເຫັນໝູ່ປາທີ່ລ່ອງລອຍບວກກັບປ່າໄມ້ທີ່ຍັງອຸດົມສົມບູນເໝາະແກ່ການ ພັກຜ່ອນ, ເວລາຕໍ່ມາທ່ານເຈົ້າແຂວງກໍ່ໄດ້ມີການໂອ້ລົມກັບການນຳຈຸດສຸມເມືອງວັງ ພ້ອມດ້ວຍອຳນາດການປົກຄອງ, ແລ້ວໃຫ້ບັນດາພະແນກການໄດ້ມີຄຳຄິດຄຳເຫັນໃນການພັດທະນາວຽກງານໃນແຕ່ລະດ້ານ ເປັນຕົ້ນ: ກະສິກຳ-ປ່າໄມ້, ສຶກສາ, ສາທາລະນະສຸກ ແລະອື່ນໆ. ໃນໂອກາດດັ່ງກ່າວຜູ້ຮັກສາການຫົວໜ້າຈຸດສຸມກໍ່ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ ແລະ ສະພາບການເຄື່ອນໄຫວຂອງຈຸດສຸມໃນໄລຍະຜ່ານມາ, ຈາກນັ້ນ ຍັງໄດ້ສະເໜີມາຍັງທ່ານເຈົ້າ ແຂວງຢາກໃຫ້ຊ່ວຍໃນການພັດທະນາພື້ນຖານ ໂຄງລ່າງເປັນຕົ້ນ: ຖະໜົນຫົນທາງໂດຍສະເພາະການສ້ອມແປງເສັ້ນທາງຕາຜ້າທີ່ມີຄວາມເປ້ ເພ, ພ້ອມນັ້ນ ຍັງໄດ້ສະເໜີເລື່ອງຊ້າງປ່າລົງມາ ທຳລາຍຜົນລະປູກຂອງປະຊາຊົນຕື່ມອີກ.

  ໂອກາດດັ່ງກ່າວ ທ່ານເຈົ້າແຂວງສະຫວັນນະເຂດໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະນຳຂອງເມືອງວິລະບູລີ ທີ່ໄດ້ເອົາໃຈໃສ່ຊຸກຍູ້ອຳນາດການປົກຄອງແຕ່ລະຂັ້ນ ໃນການພັດທະນາດ້ານຕ່າງໆ ເຮັດໃຫ້ຈຸດສຸມເມືອງວັງມີ ການພັດທະນາຂຶ້ນໄປເລື້ອຍໆ, ພ້ອມນັ້ນກໍ່ຮຽກຮ້ອງມາຍັງອຳນາດການປົກຄອງ, ພໍ່ແມ່ປະຊາຊົນຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີ, ມີຄວາມເປັນເອກະພາບໃນການເຮັດວຽກ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ,ຕໍ່ກັບຂໍ້ສະເໜີທີ່ທາງຈຸດສຸມສະເໜີທາງແຂວງຈະນຳ ໄປພິຈາລະນາ, ສ່ວນບັນຫາຊ້າງປ່າລົງມາທຳລາຍຜົນລະປູກກໍ່ຮຽກຮ້ອງໃຫ້ມີການເວນຍາມ ເຝົ້າລະວັງຊ່ວຍກັນ, ບໍ່ໃຫ້ໃຊ້ຄວາມຮຸນແຮງ ກັບຝູງຊ້າງ ເພື່ອຄວາມປອດໄພຂອງຄົນ ແລະ ສັດ.