ເມືອງນອງ ສອບເສັງຄັດເລືອກນັກຮຽນເກັ່ງທົ່ວເມືອງ

ວັນທີ 5 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະກີລາເມືອງນອງ ຈັດພິທີສອບເສັງເອົານັກຮຽນເກັ່ງ ທົ່ວເມືອງສົກປີ 2019-2020 ພາຍໃຕ້ການເຂົ້າຮ່ວມຂອງທ່ານ ກາດໍາ ເຜີຍຊະນະວົງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງນອງ, ມີບັນດາຄູ-ອາານທົ່ວເມືອງ, ກໍາມະການຍາມ ຫ້ອງສອບເສັງ ແລະກຸ່ມນັກຮຽນ ທີ່ຖືກຄັດເລືອກມາສອບເສັງນັກຮຽນເກັ່ງໃນທົ່ວເມືອງເຂົ້າຮ່ວມ.

  ທ່ານ ກາດໍາ ເຜີຍຊະນະວົງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງນອງ ໄດ້ກ່າວວ່າ: ເພື່ອສອບເສັງເອົານັກຮຽນຜູ້ທີ່ມີ ຄວາມຮູ້,ຄວາມສາມາດກວ່າໝູ່ ຄັດເລືອກເອົາຄົນເກັ່ງໃນແຕ່ລະວິຊາທີ່ສອບເສັງ ແລະເປັນການປະເມີນຜົນຂອງການຮຽນໃນໄລຍະປີຜ່ານມາ, ເພື່ອເປັນຕົວແທນໃຫ້ນັກຮຽນທັງໝົດຂອງເມືອງນອງ ທີ່ຈະໄປສອບເສັງນັກຮຽນເກັ່ງຢູ່ແຂວງສະຫວັນນະເຂດ ໃນວັນທີ 19 ກຸມພາ 2020 ສະນັ້ນ, ຈຶ່ງ ຮຽກຮ້ອງໃຫ້ນ້ອງນັກຮຽນໝົດ ທຸກຄົນຈົ່ງພ້ອມກັນຕັ້ງໃຈເຮັດບົດສອບຂອງຕົນໃຫ້ສຸດຄວາມສາມາດ, ຊຶ່ງທົ່ວເມືອງມີໂຮງຮຽນປະຖົມສົມບູນທັງໝົດ 76 ແຫ່ງ, ມີໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ມັດທະຍົມສົມບູນ 1 ແຫ່ງ, ມີນັກຮຽນຊັ້ນປະຖົມສຶກສາ ປ5 ທົ່ວເມືອງ ທັງໝົດ 547 ຄົນ, ຍິງ 217 ຄົນ, ນັກຮຽນມັດທະຍົມຕອນຕົ້ນ ມ4 ທັງໝົດ 165 ຄົນ,ຍິງ 61 ຄົນ, ມ7 ມີ 106 ຄົນ, ຍິງ 44 ຄົນ, ການສອບເສັງນັກ ຮຽນເກັ່ງຊັ້ນ ປ5, ມ4 ແລະມ7 ທົ່ວເມືອງ ສົກປີ 2019-2020 ມີ ນັກຮຽນເຂົ້າສອບເສັງທັງໝົດ 84 ຄົນ, ຍິງ 43 ຄົນໃນນັ້ນນັກຮຽນ ຊັ້ນ ປ5 ມີ 50 ຄົນ, ຍິງ 24 ຄົນ, ຊັ້ນມັດທະຍົມຕົ້ນ ມ4 ມີ 23 ຄົນ, ຍິງ 13 ຄົນ, ຊັ້ນມັດທະຍົມປາຍ ມ7 ມີ 11 ຄົນ, ຍິງ 6 ຄົນ.

  ຈາກນັ້ນທ່ານ ເພັດວິໄລ ໄຊຍະແສງ ກໍາມະການຍາມຫ້ອງເສັງ ກໍໄດ້ລາຍງານ ແລະແຈ້ງກົດລະບຽບຕ່າງໆໃຫ້ນັກສອບເສັງໃຫ້ຮູ້ ວ່າ: ການສອບເສັງແມ່ນຈະແບ່ງ ເປັນສອງຫ້ອງຄື: ຫ້ອງນັກຮຽນປະຖົມ ປ5 ມີ 3 ວິຊາຄື: ວິຊາພາສາລາວ, ວິຊາໂລກອ້ອມຕົວ, ວິຊາຄະນິດສາດ ແລະຫ້ອງນັກຮຽນມັດທະຍົມ ມ4 ແລະ ມ7 ມີ4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ເຄມີສາດ,ຟີຊິກສາດ ແລະ ຄະນິດສາດ, ໂດຍໃຊ້ເວລາ 90 ນາທີແມ່ນຈະໄດ້ເກັບບົດສອບເສັງ ດັ່ງກ່າວ, ຜົນການສອບເສັງຄັດເລືອກເອົານັກຮຽນເກັ່ງສາມາດສະຫຼຸບໄດ້ຊັ້ນ ປ5 ມີ 3 ຄົນ, ຍິງ 3 ຄົນ, ຊັ້ນ ມ4 ມີ 4 ຄົນ ຍິງ 3 ຄົນ ແລະຊັ້ນ ມ7 ມີ 4 ຄົນ ຍິງ 3 ຄົນ, ການຄັດເລືອກດັ່ງກ່າວແມ່ນເພື່ອກະກຽມທີ່ຈະໄປສອບເສັງນັກ ຮຽນເກັ່ງຢູ່ແຂວງໃນກາງເດືອນ ກຸມພາ 2020.