ນະຄອນຫຼວງ ຊະນະ ສະຫວັນນະເຂດ ບານເຕະທົດສອບນັກກີລາຮ່ວມຊຽງຂວາງເກມ

  ທີມເຈົ້າພາບນະຄອນຫຼວງວຽງຈັນ ລົງສະໜາມນັດທີ 2 ຍັງຮັກສາຟອມເກັ່ງໄດ້ຢ່າງສະໝໍ່າສະເໝີໄລ່ເອົາຊະນະທີມແຂວງ ສະຫວັນນະເຂດ ຈາກດິນແດນ ໄດໂນເສົາໄປແບບສະບາຍ 2-0 ປະຕູ ເກັບໄຊະນະ 2 ນັດຕິດຕໍ່ກັນລວມມີ 6 ຄະແນນ ກາຍເປັນທີມທຳອິດທີ່ຜ່ານເຂົ້າໄປຢືນໃນຮອບຊີງຊະນະເລີດການແຂ່ງຂັນກີລາບານເຕະ 4 ພາກສ່ວນ ຊີງເງິນລາງວັນລວມ 20 ລ້ານກີບ ເພື່ອ ເປັນການທົດສອບຄວາມສາມາດ ຂອງນັກກີລາຈາກ 3 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ມີຄວາມພ້ອມຢ່າງຮອບດ້ານກຽມຮ່ວມລ່າ ຫຼຽນຄຳແຂ່ງຂັນບານເຕະຊາຍ ງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຫຼື “ຊຽງຂວາງເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນ ເຈົ້າພາບລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

ການແຂ່ງຂັນນັດທີ 2 ການ ແຂ່ງຂັນກີລາບານເຕະ 4 ພາກ ສ່ວນ ຊີງເງິນລາງວັນລວມ 20 ລ້ານກີບ ເພື່ອເປັນການທົດສອບຄວາມສາມາດຂອງນັກກີລາຈາກ 3 ແຂວງ ແລະ1 ນະຄອນຫຼວງວຽງຈັນ ກ່ອນເຂົ້າຮ່ວມຊຽງຂວາງ ເກມໃນຄັ້ງນີ້ໄດ້ມີຂຶ້ນເມື່ອວັນທີ 5 ກຸມພາຜ່ານມາ ທີ່ສະໜາມກີລາເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມພອນສອນດາລາ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ພ້ອມ ດ້ວຍບັນດາຄະນະນຳນະຄອນ ຫຼວງ ແລະແຕ່ລະແຂວງ, ສະຫະພັນບານເຕະແຫ່ງຊາດ, ສະຫະພັນບານເຕະນະຄອນຫຼວງ, ພະນັກງານ,ທະຫານ-ຕຳຫຼວດ, ຄູ-ອາຈານ ແລະນັກຮຽນຕະຫຼອດກອງ ເຊຍຊາວນະຄອນຫຼວງ ແລະຈາກ 3 ແຂວງດັ່ງກ່າວເຂົ້າຮ່ວມຊົມ ແລະເຊຍຢ່າງຫຼວງຫຼາຍ.

 ການແຂ່ງຂັນໃນ 2 ຄູ່ ສຳລັບຄູ່ທີໜ້າສົນໃຈລະຫວ່າງເຈົ້າພາບນະຄອນຫຼວງວຽງຈັນ ດີກຣີອະດີດແຊັມຫຼຽນຄຳງານກີລາແຫ່ງ ຊາດ 2 ສະໄໝ ພົບກັບນັກເຕະຈາກແດນໄດໂນເສົາ ແຂວງສະ ຫວັນນະເຂດ  ຊຶ່ງທັງສອງທີມຕ່າງ ກໍພາກັນມີໄຊມາໃນນັດທຳອິດ ໂດຍ ຫົວໜ້າຄູຝຶກເຈົ້າພາບທ່ານ ສຸວັນໂນ ຫຼວງອາມາດ ໄດ້ສົ່ງນັກເຕະ ດາວຮຸ່ງປ່ຽນຈາກຊຸດເກົ່າລົງສະໜາມຫຼາຍຄົນໃຫ້ບຸນທະວີ ສີປະສົງ ແບັກຈອມ ປະສົບການຈາກ ສະໂມສອນມາສເຕີເຊເວັນອະດີດ ນັກເຕະທີມຊາດລາວ ນັ່ງສຳຮອງ ສ່ວນທ່ານ ອຸລະນ້ອຍວິໄລ ຫົວ ໜ້າຄູຝຶກແຂວງສະຫວັນນະເຂດ ຍັງໃຊ້ນັກເຕະຊຸດທີ່ເອົາຊະນະແຂວງ ຜົ້ງສາລີ ລ່າໄຊຊະນະ.

-----

ໂດຍ: ບຸນນິກ