ລື ໄອໂຟນ 12 ໂປຣອາດມີສີໃໝ່ຄື “ນາວີບລູ” ໃຫ້ໄດ້ເສຍເງິນກັນອີກແລ້ວ

  ການເປີດໂຕ iPhone ລຸ້ນ ໃໝ່ຈະມາພ້ອມກັບສີສັນທີ່ໜ້າສົນໃຈ ໂດຍສະເພາະໃນປີ 2019 ກັບ iPhone 11Pro ຈະມາພ້ອມ ກັບ Midnight Green ສີຂຽວສຸດສວຍຮັກສາໂລກບໍ່ນ້ອຍແຕ່ຫຼ້າສຸດໃນປີ 2020 ນີ້ກໍອາດຈະມີສີ ສັນຂອງ iPhone 12 ອອກມາທີ່ ແປກຂຶ້ນ.

  ນັ້ນຄືສີຟ້າ Navy Blue ທີ່ປ່ຽນແນວຈາກຮັກໂລກກໍເບິ່ງງາມ ໄປອີກແບບໜຶ່ງຖ້າທ່ານມັກ ໂທນສີຟ້ານອກຈາກນີ້ການອອກແບບ ເຄື່ອງມີຄວາມຫຼ່ຽມສັນເໝືອນກັບ iPhone 4 ແລະ4S ເຊັ່ນດຽວກັນສະເປັກດີຄືເກົ່າ ແລະຄາດວ່າຈະມີ 5ຈີ ມາໃຫ້ໄດ້ໃຊ້ງານ.

ແຕ່ນີ້ເປັນພາບ ແລະຂ່າວເທົ່າ ນັ້ນຄົງຕ້ອງລໍຖ້າເບິ່ງຕໍ່ໄປວ່າ iPhone 12 Pro ຂອງແທ້ຈະມີໜ້າຕາແບບນີ້ ຫຼື ບໍ່ຕ້ອງລຸ້ນກັນຕໍ່ໄປ.