ກັກ 3 ອ້າຍນ້ອງ ພົບຢາບ້າ 4 ພັນກວ່າເມັດ

  ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີກຸ່ມຄົນບໍ່ດີນຳເອົາຢາເສບຕິດເຄື່ອນໄຫວຄ້າ-ຂາຍຢູ່ເທດສະບານແຂວງໄຊຍະບລູີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ຈຶ່ງໄດ້ນຳໜ່ວຍງານວິຊາສະເພາະລົງຕິດຕາມກວດກາພົບເຫັນເປົ້າໝາຍທີ່ຕ້ອງສົງໄສວ່າມີການພົວ ພັນເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ເຂດບ້ານໜອງໜ່ອງ, ເມືອງໄຊຍະບູລີ, ໂດຍໃນເວລາປະມານ 15 ໂມງຂອງວັນທີ 3 ກຸມພາ 2020 ສາມາດກັກຕົວຜູ້ຖືກຫາ ໄດ້ 3 ອ້າຍນ້ອງຄື: ທ້າວ ຢີ ອາຍຸ 21 ປີ, ທ້າວ ບີ່ ອາຍຸ 19 ປີ ແລະທ້າວ ໃຈ ອາຍຸ 17 ປີ ທັງສາມຄົນເປັນປະຊາຊົນບ້ານໜອງໜ່ອງ ເມືອງໄຊຍະບູລີ ພ້ອມທັງເຂົ້າກວດຄົ້ນເຮືອນຂອງເປົ້າໝາຍພົບເຫັນວັດຖຸຂອງກາງຢາບ້າຈໍານວນ 4.339 ເມັດ, ເງິນກີບ 10 ລ້ານກີບ, ລົດຈັກ 1 ຄັນ, ໂທລະສັບ 3 ເຄື່ງເຈົ້າໜ້າທີ່ຈຶ່ງໄດ້ນໍາເອົາພວກກ່ຽວທັງ 3 ຄົນ ດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

__________

ຂຽນໂດຍສາຄອນ ໄຊສົມຮັກສາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ