ຄະນະຈັດຕັ້ງສູນກາງພັກ ເຊື່ອມຊຶມມະຕິ 7 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ

    ໃນລະຫວ່າງວັນທີ 29- 30 ມັງກອນ 2019, ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ແລະສະຫຼຸບວຽກງານວິຊາສະເພາະປະຈຳປີ 2018 ພ້ອມວາງທິດທາງແຜນການປີ 2019 ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສີ ໂພສີຄຳ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

  ໃນວາລະກອງປະຊຸມຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກສະບັບເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການ ພີ່ມທະວີການນໍາພາແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງໜັກແໜ້ນສະບັບເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018. ປະທາ ນກອງປະຊຸມໄດ້ມີຄໍາຖາມເຈາະຈິ້ມຕໍ່ກອງປະຊຸມເປັນຕົ້ນແມ່ນ: ບັນຫາຄວາມຫຍຸ້ງຍາກ ແລະສາເຫດດ້ານເສດຖະກິດ-ການເງິນທີ່ເປັນໄພອັນຕະລາຍຕໍ່ບົດ ບາດ-ຄວາມສາມາດນໍາພາຂອງພັກຢູ່ແຕ່ລະຂັ້ນ, ຍ້ອນຄວາມບໍ່ເດັດຂາດ-ເຂັ້ມງວດການປະຕິບັດນິຕິກໍາຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

  ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະປະກອບຄໍາຄິດເຫັນຕໍ່ບັນຫາຄົງຄ້າງທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ແລະທິດທາງການແກ້ໄຂໃນຕໍ່ໜ້າໂດຍອີງໃສ່ມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ເປັນພື້ນຖານໃນການປະກອບຄຳເຫັນເຂົ້າໃສ່ຂົງເຂດເສດຖະກິດ-ການເງິນ, ມາດຕະການຄຸ້ມຄອງໜີ້ສິນພາກລັດ, ການຊໍາລະໜີ້ສາທາລະນະ, ມາດຕະການຊຸກຍູ້ສົ່ງເສີມເສດຖະກິດຕ່າງໆ, ວິທີແກ້ໄຂການຮົ່ວໄຫຼຂອງງົບປະມານ, ມາດຕະການປະຢັດການໃຊ້ຈ່າຍບໍລິຫານ, ຍົກລະດັບການຄຸ້ມຄອງແຫຼ່ງລາຍຮັບງົບປະມານ, ການຄຸ້ມຄອງເງິນຕາຢ່າງເປັນລະບົບ, ການປັບປຸງລັດວິສາຫະກິດໃຫ້ມີປະສິດທິຜົນກວ່າເກົ່າ, ການປັບປຸງຮາກຖານການເມືອງໃນຕໍ່ໜ້າ ແລະການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງໜັກແໜ້ນ.

  ມື້ທີສອງຂອງກອງປະຊຸມໄດ້ສະຫຼຸບຕີລາຄາວຽກງານວິຊາສະເພາະຄະນະຈັດຕັ້ງສູນກາງພັກປະຈຳປີ 2018, ໂດຍໃນໜຶ່ງປີຜ່ານມາໄດ້ຄົ້ນຄວ້າປັບປຸງ ແລະ ອອກນິຕິກຳຈຳນວນໜຶ່ງເຊັ່ນ: ຄຳແນະນຳເລກທີ 291, 292, 04 ແລະ 784 ກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 030, 031, 032, ຄຳສັ່ງເລກທີ 01/ກມສພ ແລະ 04/ຄລສພ, ພວມສະເໜີກົມການເມືອງສູນກາງພັກ ແລະຄະນະເລຂາທິການສູນກາງພັກພິຈາລະນານິຕິກຳກ່ຽວກັບການຂະຫຍ າຍພັກໃນໄລຍະໃໝ່, ລະບອບການຮຽນທິດສະດີການເມືອງຂອງພະນັກງານນຳພາ-ຄຸ້ມ ຄອງ, ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ ແລະແຜນຍຸດທະສາດໃນການກໍ່ສ້າງ-ບຳລຸງພະນັກງານ, ປັບປຸງນິຕິກຳດຳເນີນຊີວິດການເມືອງປັບປຸງປົວແປງພັກ, ສັບປ່ຽນໜ້າທີ່-ບ່ອນປະຈຳການ ແລະການຕີລາຄາພະນັກງານ, ຈັດຝຶກອົບຮົມວຽກງານປ້ອງກັນພັກ-ພະນັກງານທົ່ວປະເທດ, ສຳເລັດການດຳເນີນກອງປະຊຸມສະຫຼຸບວຽກງານຈັດຕັ້ງທົ່ວປະເທດ ປະຈຳປີ 2018 ຢູ່ແຂວງສະ ຫວັນນະເຂດ, ອະນຸມັດນຳສົ່ງໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 5 ພັນກວ່າໃບ, ອອກບັດ-ມອບບັດໃຫ້ສະມາ ຊິກພັກສົມບູນ 33 ພັນກວ່າສະຫາຍ. ປະຈຸບັນໄດ້ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນແລ້ວ 2 ແສນກວ່າສະຫາຍ, ສົມທົບກະຊວງ-ອົງການ ແລະທ້ອງຖິ່ນຄັດເລືອກພະນັກງານໄປກໍ່ສ້າງ-ບຳລຸງສາຍການເມືອງ-ການປົກຄອງຢູ່ພາຍໃນ ແລະຕ່າງປະເທດ 1 ພັນກວ່າສະຫາຍ.

  ກອງປະຊຸມດັ່ງກ່າວຍັງໄດ້ມີການຍ້ອງຍໍບຸກຄົນດີເດັ່ນໃນການປະຕິບັດໜ້າທີ່ວຽກງານປະຈຳປີ 2018, ໃນນັ້ນເດັ່ນປະເພດ 1 ມີ 47 ຄົນ ແລະປະເພດ 2 ມີ 67 ຄົນ. ໂອກາດດັ່ງກ່າວ ສະຫາຍ ຈັນສີ ໂພສີຄຳ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກໃຫ້ນໍາເອົາເນື້ອໃນຈິດໃຈຂອງມະຕິທີ່ໄດ້ເຊື່ອມຊຶມໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ເປັນແຜນການ-ແຜນງານທີ່ຕິດພັນກັບໜ້າ ທີ່ຮັບຜິດຊອບຂອງຕົນພ້ອມທັງນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນປະກອບສ່ວນເຂົ້າໃນຜົນສໍາເລັດລວມແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.