ຈໍາປາສັກຍົກຍ້າຍ ແລະແຕ່ງຕັ້ງພະນັກງານການນຳຫຼາຍຕໍາແໜ່ງ

  ໃນວັນທີ 7 ກຸມພາຜ່ານມາທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ມີພິທີປະກາດຍົກຍ້າຍ ແລະແຕ່ງຕັ້ງພະນັກງານການນໍາ-ຄຸ້ມຄອງຂັ້ນແຂວງຫຼາຍຕໍາແໜ່ງ, ໂດຍການເປັນປະທານຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆ ຈໍາປາສັກ, ມີບັນດາ ຄະນະບໍລິຫານງານພັກແຂວງ, ພັກເມືອງ ແລະນະຄອນເຂົ້າຮ່ວມ.

  ບັນດາທ່ານທີ່ຖືກຍົກຍ້າຍ ແລະແຕ່ງຕັ້ງປະກອບມີຍົກຍ້າຍ ແລະແຕ່ງຕັ້ງທ່ານ ສະນັ່ນ ສີພາພົມມະຈັນ ອະດີດເຈົ້າເມືອງໆໂຂງເປັນຫົວໜ້າຫ້ອງວ່າການປົກຄອງແຂວງ, ຍົກຍ້າຍ ແລະແຕ່ງຕັ້ງທ່ານ ບົວລີ ເພັດສົງຄົມ ອະດີດຫົວໜ້າຫ້ອງວ່າການປົກຄອງແຂວງເປັນຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຍົກຍ້າຍ ແລະແຕ່ງຕັ້ງທ່ານ ປະດິດ ວັນນະລັດສະໜີ ອະດີດຫົວໜ້າພະແນກກະສິກໍາ ແລະປ່າໄມ້ເປັນຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ, ຍົກຍ້າຍ ແລະ ແຕ່ງ ຕັ້ງທ່ານ ສົມສີ ມະນີນີນ ອະດີດເຈົ້າເມືອງໆສຸຂຸມາ ເປັນຫົວໜ້າໂຄສະນາອົບຮົມແຂວງ, ຍົກຍ້າຍ ແລະແຕ່ງຕັ້ງທ່ານ ໂສມ ບຸດຕະກຸນ ເຈົ້າເມືອງໆບາຈຽງຈະເລີນສຸກ ເປັນຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ບົວທອງ ໄຊຍະສານ ອະດີດຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວເປັນຜູ້ອໍານວຍການໂຮງຮຽນການເມືອງ-ການປົກຄອງ.

  ນອກຈາກນີ້ຍັງໄດ້ຍົກຍ້າຍ ແລະແຕ່ງຕັ້ງທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກມາປະຈໍາການຢູ່ຄະນະກວດກາລັດແຂວງ, ຍົກຍ້າຍ ທ່ານນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງປະຈໍາການຢູ່ສະພາປະຊາຊົນແຂວງ, ຍົກຍ້າຍ ແລະແຕ່ງຕັ້ງທ່ານ ບົວໄຂ ສຸພາອອນ ຜູ້ອໍານວຍການວິທະ ຍາໄລເຕັກນິກ-ວິຊາຊີບ ເປັນຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ຍົກຍ້າຍ ແລະແຕ່ງຕັ້ງທ່ານ ສົມເພັດ ບຸດສະດີ ຮອງຫົວໜ້າຫ້ອງການເມືອງກອງບັນ ຊາການທະຫານແຂວງເປັນເຈົ້າເມືອງໆ ສຸຂຸມາ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ວັນນະສັກ ຊາດຕະກຸນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ເປັນຫົວໜ້າພະ ແນກການຕ່າງປະເທດ ແລະແຕ່ງຕັ້ງທ່ານ ວັນນະໄຊ ຊາດຕະກຸນ ຮອງຫົວໜ້າພະແນກສາທາລະນະສຸກຂຶ້ນເປັນຫົວໜ້າພະແນກ.

_______________

ຂຽນໂດຍ: ໂພທິຣາຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ