ປະກາດແຕ່ງຕັ້ງຫົວໜ້າກອງບັນຊາການ ກປສ ແຂວງອັດຕະປື

 ພິທີປະກາດແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2020 ທີ່ສະໂມສອນຂອງກອງບັນຊາການ ປກສ ແຂວງໂດຍເປັນປະທານຂອງ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະກອງບັນຊາ ການ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ 5 ຕົວເມືອງ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະພະນັກ ງານຫຼັກແຫຼ່ງຂອງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ທ່ານ ພັທ ຄຳພອນ ແສງສາລິຈັນ ຮອງກົມຈັດຕັ້ງກະຊວງປ້ອງກັນຄວາມສະຫງົບໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 41/ນຍ, ລົງວັນທີ 15 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໂດຍໄດ້ແຕ່ງຕັ້ງທ່ານ ພັອ ສີເວີນ ແກ້ວສີ ວົງສາ ຮັກສາການຫົວ ໜ້າກອງບັນຊາການ ປກສ ແຂວງຂຶ້ນເປັນຫົວໜ້າກອງບັນຊາການ ປກສ ແຂວງ; ຊຶ່ງການປະກາດແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປືໃນຄັ້ງນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານກອງບັນຊາການ ປກສ ແຂວງ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

  ທ່ານ ພົຕ ກົງທອງ ພົງວິຈິດ ໄດ້ໃຫ້ກຽດໂອ້ລົມໂດຍຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ທີ່ໄດ້ທຸ້ມເທເຮື່ອແຮງ, ສະຕິປັນຍາ, ມີຄວາມອົດທົນ, ສູ້ຊົນເຂົ້າໃນການເຮັດວຽກງານການເມືອງ ແລະໜ້າທີ່ວຽກງານວິຊາສະເພາະເພື່ອຮັບປະກັນໃຫ້ ແຂວງອັດຕະປືມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.ນອກຈາກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງບັນ ຊາການ ປກສ ແຂວງ (ຜູ້ໃໝ່) ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ,ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນຈັດຕັ້ງປະຕິ ບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ມີຜົນສຳ ເລັດ, ສ້າງໃຫ້ກອງບັນຊາການ ປກສ ແຂວງອັດຕະປື ມີຄວາມເຕີບໃຫຍ່ ແລະເຂັ້ມແຂງຂຶ້ນເປັນກ້າວໆ.