ກອງປະຊຸມສະໄໝສາມັນເທື່ອທີ 6 ສພຂ ສາລະວັນ ພິຈາລະນາຫຼາຍບັນຫາ

    ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງສາລະວັນຊຸດທີ 1 ໄດ້ໄຂຂຶ້້ນໃນລະຫວ່າງວັນທີ 29-31 ມັງກອນ 2019 ທີ່ສະໂມສອນຂອງແຂວງໂດຍການເປັນປະທານຂອງທ່ານ ຄຳເຫຼັກ ອິນດາວົງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ມີບັນດາທ່ານປະທານສະພາແຫ່ງຊາດ, ສະມາຊິກພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ການນຳພັກ-ລັດແຂວງ, ເຈົ້າເມືອງ 8 ເມືອງ, ພະແນກການຕ່າງໆອ້ອມຂ້າງແຂວງ ແລະ ອະດີດພະນັກງານການນຳຂອງແຂວງເຂົ້າຮ່ວມ.

    ປະທານສະພາປະຊາຊົນແຂວງໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສາລະວັນຊຸດທີ 1 ແມ່ນໄຂຂຶ້ນເພື່ອຄົ້ນຄວ້າ, ພິຈາລະນາ ແລະຮັບຮອງເອົາບັນຫາສໍາຄັນພື້ນຖານຕ່າງໆຂອງແຂວງເປັນຕົ້ນ: ຮັບຟັງບົດລາຍງານຂອງທ່ານເຈົ້າແຂວງໂດຍສັງເຂບກ່ຽວ ກັບວຽກງານທີ່ພົ້ນເດັ່ນປະຈໍາປີ 2018 ແລະແຜນວຽກງານຈຸດສຸມປະຈໍາປີ 2019 ຂອງແຂວງ, ພິຈາລະນາ ແລະຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ຂອງແຂວງ, ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກໃຕ້ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2017 ແລະບົດ ລາຍງານຂອງຄະນະກວດກາແຂວງກ່ຽວກັບການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານສົກປີ 2015-2016 ຂອງແຂວງ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນ ແລະສານປະຊາຊົນແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019, ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງກ່ຽວກັບການເຄື່ອ ນໄຫວວຽກງານກາງສະໄໝ ແລະທິດທາງຕໍ່ໜ້າ, ພິຈາລະນາ ແລະຮັບຮອງແຜນການສ້າງນິຕິກໍາລຸ່ມກົດໝາຍໄລຍະ 2 ປີ ຂອງສະພາປະຊາຊົນແຂວງ 201 9-2020, ພິຈາລະ ນາ ແລະຮັບຮອງເອົາແຜນການຈຸດສຸມຕິດຕາມກວດກາປະຈໍາປີ 2019 ຂອງສະພາປະຊາຊົນແຂວງ, ພ້ອມທັງພິຈາລະນາຮັບ ຮອງເອົາການສະເໜີແຕ່ງຕັ້ງ ແລະຍົກຍ້າຍບຸກຄະລາກອນຂອງ ແຂວງຈໍານວນໜຶ່ງ.

  ນອກນັ້ນກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະການຊີ້ແຈງບັນຫາຕ່າງໆທີ່ສໍາຄັນຕື່ມອີກຈາກພະແນກການທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະປະກອບຄໍາຄິດຄໍາເຫັນຈາກບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕື່ມອີກ.