ເມືອງນາຊາຍທອງ ສໍາເລັດການສອບເສັງນັກຮຽນເກັ່ງ

  ໃນວັນທີ 6 ກຸມພາຜ່ານມາທີ່ໂຮງຮຽນ ມສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງການສອບເສັງນັກຮຽນເກັ່ງທົ່ວເມືອງຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວຽງຄໍາ ສີຫາໂຄດ ຮອງເຈົ້າເມືອງໆນາຊາຍທອງ ແລະເປັນກຽດເຂົ້າຮ່ວມໂດຍ ທ່ານນາງ ພະໄທເພັດ ຜົນລະມິດ ຮອງຫົວໜ້າຫ້ອງການສຶກສາເມືອງພ້ອມດ້ວຍຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.

   ການສອບເສັງນັກຮຽນເກັ່ງຄັ້ງນີ້, ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 282 ຄົນ ຍິງ 201 ຄົນ ໃນນັ້ນນັກຮຽນຊັ້ນ ປ5 ມີ 90 ຄົນ, ຍິງ 62 ຄົນ, ສອບເສັງວິຊາພາສາລາວ 30 ຍິງ 14 ຄົນ, ສອບເສັງວິຊາຄະນິດສາດ 30 ຄົນ, ຍິງ 15ຄົນ, ສອບເສັງວິຊາໂລກອ້ອມຕົວ 30 ຄົນ, ຍິງ 23 ຄົນ, ນັກຮຽນ ມ4 ມີ 120 ຄົນ, ຍິງ 84 ຄົນ, ສອບເສັງວິຊາພາສາ ລາວ-ວັນນະຄະດີ 30 ຄົນ, ຍິງ 21 ຄົນ, ສອບເສັງວິຊາຄະນິດສາດ 30 ຄົນ, ຍິງ 17 ຄົນ, ວິຊາຟີຊິກສາດ 30 ຄົນ, ຍິງ 23 ຄົນ, ວິຊາເຄມີສາດ 30 ຄົນ, ຍິງ 23 ຄົນ ນັກຮຽນ ມ7 ມີ 72 ຄົນ, ຍິງ 55 ຄົນ, ສອບເສັງວິຊາເຄມີສາດ 18 ຄົນ, ຍິງ 13 ຄົນວິຊາຟີຊິກສາດ 30 ຄົນ, ຍິງ 13 ຄົນ, ວິຊາຄະນິດສາດ 18 ຄົນ, ຍິງ 14 ຄົນ,ວິຊາພາສາລາວ-ວັນນະຄະດີ 18 ຄົນ, ຍິງ 15 ຄົນ.

----

ໂດຍ: ຊາຍພະເນຈອນ