ຫົວເຫວີຍພີ 40 ຊີຣີຈະມີລາຄາຖືກກວ່າຫົວເຫວີຍພີ 30 ຊີຣີ

Huawei P40 Series ມີລາຄາເປີດໂຕຖືກກວ່າ Huawei P30 Series.

ປີທີ່ແລ້ວ Huawei P30 ມີລາຄາເປີດໂຕ 800 ເອີໂຣ ແລະHuawei P30  Pro  ເປີດໂຕ  1.000 ເອີໂຣ ແຕ່ປີນີ້ຈະມີລາຄາເປີດໂຕ ຖືກລົງກວ່າເກົ່າ 200 ເອີໂຣ.

ແຫຼ່ງຂ່າວອ້າງວ່າສະມາດໂຟນ Huawei P40 ຈະມີລາຄາເປີດ ໂຕ 600 ເອີໂຣ Huawei P40 Pro ຈະເປີດໂຕທີ່ 800 ເອີໂຣ ແລະຈະມີລຸ້ນໄຮເອນດ Huawei P40 Pro Premium ແຂວນ ປ້າຍລາຄາໄວ້ທີ່ 1.000 ເອີໂຣ.

ແຫຼ່ງຂ່າວອ້າງວ່າການທີ່  Huawei P40 Series ຂາດການສະ ໜັບສະໜູນແອັບພລິເຄຊັນ ແລະບໍລິການຈາກ Google ຊ່ວຍໃຫ້ຕົ້ນທຶນຖືກລົງດ້ວຍເນື່ອງຈາກ  Google  ຈະເກັບຄ່າທຳນຽມການ ໃຊ້ Google Mobile Service ສູງເຖິງ 40 ໂດລາສະຫະລັດຕໍ່ 1 ເຄື່ອງ.