ຊູເປີຈູເນີຍຣ໌ ບໍລິຈາກໜ້າກາກອະນາໄມ ຊ່ວຍເຫຼືອເດັກເພື່ອປ້ອງກັນໄວຣັດໂຄໂຣນາ

  ປ່ອຍເພງໃໝ່ໃຫ້ໄດ້ຟັງກັນ ອີກແລ້ວສໍາລັບໜຸ່ມບອຍແບຣນ ໃນຕໍານານຢ່າງຊູເປີຈູເນີຍຣ໌ ກັບອາລະບໍ້າຣີແພັຄເກຈຊຸດທີ 9 “TIMELESS ເມື່ອບໍ່ດົນມານີ້ ໜຸ່ມໆ ໄດ້ຊ່ວຍເຫຼືອສັງຄົມໂດຍບໍລິ ຈາກໜ້າກາກອະນາໄມໃນການ ຊ່ວຍໂລກລະບາດໄວຣັດໂຄໂຣນາ ສາຍພັນໃໝ່, ສໍາລັບອາລະບັ້ນຊຸດ ນີ້ມາພ້ອມກັບ 2 ຄອນແຊັບ ຄື:ແສງ ແລະເງົາ ຊຶ້ງເພງໂປຣໂມດ ໃນຊຸດນີ້ກໍ່ຄືເພງ 2YA2YAO (ວີຍາວີເຍົາ) ທີ່ເປັນແນວຣິປອປຄັ້ງທໍາອິດຫຼັງຈາກເດບິວຕ໌ປີທີ 16 ຂອງ ຊູເປີຈູເນີຍຣ໌ ອີກດ້ວຍ.

  ນອກຈາກນີ້ວົງ ຊູເປີຈູເນີຍຣ໌ ຍັງໄດ້ເຮັດສິ່ງດີໆຕ້ອນຮັບການ ປ່ອຍເພງໃໝ່ເມື່ອພວກເຂົາໄດ້ຮັບການເປີດເຜີຍຈາກ CommunityChest of Korea ວ່າໜຸ່ມໆໄດ້ ບໍລິຈາກໜ້າກາກອະນາໄມຈໍານວນ 1,000 ອັນ ຊຶ້ງຈະຖືກສົ່ງຕໍ່ ໃຫ້ເດັກ ແລະເຍົາວະຊົນເພື່ອປ້ອງ ກັນການຕິດເຊື້ອໄວຣັດໂຄໂຣນາ ທີ່ກໍາລັງລະບາດໃນຂະນະນີ້ ຊຶ່ງສະຖານະການໄວຣັດໂຄໂຣນາທີ່ກໍາລັງລະບາດໃນຕອນນີ້ທາງວົງ ຍາກມີສ່ວນຮ່ວມໃນການປົກປ້ອງ ເດັກ ແລະເຍົາວະຊົນເຖິງວ່າຈະເປັນພຽງສ່ວນໜ້ອຍໆແຕ່ກໍຫວັງວ່າຈະສາມາດຊ່ວຍເຫຼື້ອໄດ້ບາງສ່ວນ.