ໄຟຟ້າລາວສາຂາ ຫຼວງພະບາງ ຄວ້າແຊັມບານເຕະ ຊີງຂັນເຈົ້າແຂວງ

  ການແຂ່ງຂັນກີລາບານເຕະ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ຄັ້ງທີ 5 ປະຈຳປີ 2020 ໃນ ຮອບຊະນະເລີດໄດ້ມີຂຶ້ນໃນວັນທີ 8 ກຸມພານີ້ ທີ່ເດີ່ນກີລາຂອງແຂວງ ບ້ານນາຫຼວງ ນະຄອນຫຼວງພະບາງ ສະເພາະຕອນເຊົ້າແມ່ນການຊີງອັນດັບທີີ 3 ເປັນການພົບກັນ ລະຫວ່າງນອກກອບ (ແຊັມເກົ່າ) ພົບກັບທະນາຄານແຂວງຫຼວງພະບາງ (ຮອງແຊັມເກົ່າ) ຜ່ານການ ແຂ່ງຂັນແມ່ນທະນາຄານແຂວງ ຫຼວງພະບາງເອົາຊະນະ 3 ປະຕູຕໍ່ 1, ສໍາລັບຄູ່ຊີງອັນດັບທີ່ 1 ໄດ້ມີຂຶ້ນໃນຕອນບ່າຍຫຼັງຈາກສຳ ເລັດການແຂ່ງຂັນນັດພິເສດລະ ຫວ່າງການນຳຂອງແຂວງ, ໂດຍ ແມ່ນເມືອງໂພນໄຊ ພົບກັບ ໄຟ ຟ້າລາວສາຂາແຂວງຫຼວງພະບາງ ໃນໄລຍະດຳເນີນການແຂ່ງຂັນ ຕ່າງຝ່າຍຕ່າງມີໂອກາດຜັດປ່ຽນ ກັນບຸກ ເພື່ອຫວັງໃຫ້ໄດ້ປະຕູຂຶ້ນນຳ ແຕ່ບໍ່ມີຝ່າຍໃນສາມາດຍີງປະຕູຂຶ້ນນຳກ່ອນໃນເຄິ່ງເວລາທຳອິດ, ເລີ່ມ ເກມໃນເຄິ່ງເວລາທີ 2 ປະມານ 10 ນາທີ ກອງຫຼັງຂອງເມືອງໂພນ ໄຊຟາວນອກເຂດໂທດຈາກນັ້ນ ຫົວໜ້າທີມຂອງໄຟຟ້າລາວສາຂາ ແຂວງຫຼວງພະບາງ ໄດ້ເຕະລຸກ ໂທດນອກເຂດເຂົ້າປະຕູຢ່າງສວຍ ງາມ ແລະກາຍເປັນປະຕູໄຊເຮັດໃຫ້ ໄຟຟ້າລາວສາຂາແຂວງຫຼວງພະບາງ ຄວ້າແຊັມເປັນຄັ້ງທຳອິດໃນ ລາຍການພາຍຫຼັງເຂົ້າຊີງເປັນຄັ້ງ ທີ 2 ນັບແຕ່ເລີ່ມການແຂ່ງຂັນລາຍການນີ້, ສະຫຼຸບການແຂ່ງຂັນ ທີ່ 1 ແມ່ນໄຟຟ້າລາວສາຂາແຂວງ ຫຼວງພະບາງ ໄດ້ຮັບຫຼຽນຄໍາພ້ອມ ຂັນແຊັມປະຈຳປີຂອງສະຫະພັນ ບານເຕແຫ່ງຊາດລາວ 1 ໜ່ວຍ ຂັນຄອງແຊັມໝູນວຽນ 3 ປີ ຂອງ ທ່ານເຈົ້າແຂວງຫຼວງພະບາງ 1 ໜ່ວຍ ແລະເງິນສົດ 10 ລ້ານກີບ, ທີ 2 ເມືອງໂພນໄຊ ໄດ້ຮັບຫຼຽນ ລາງວັນພ້ອມດ້ວຍຂັນ 1 ໜ່ວຍ ແລະເງິນສົດ 7 ລ້ານກີບ, ທີ່ 3 ທະນາຄານແຂວງຫຼວງພະບາງ ໄດ້ຮັບຫຼຽນລາງວັນພ້ອມດ້ວຍຂັນ 1 ໜ່ວຍ ແລະເງິນສົດ 5 ລ້ານກີບ, ທີ 4 ນອກກອບ ໄດ້ຮັບເງິນສົດ 3 ລ້ານກີບ, ພິເສດແມ່ນມີລາງວັນຜູ້ ຍິງປະຕູສູງສຸດ ຄື: ທ້າວບຸນທຳ ຈາກທີມນອກກອບໄດ້ຮັບໂລ້ລາງ ວັນພ້ອມເງິນສົດ 5 ແສນກີບ,ຜູ້ຮັກສາປະຕູດີເດັ່ນແມ່ນທ້າວສຸດທິສັກ ຈາກທີມລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງພະບາງ ໄດ້ຮັບໂລ້ລາງວັນພ້ອມເງິນສົດ 5 ແສນກີບ ແລະທີມມາລະຍາດດີເດັ່ນແມ່ນທີມພະຍາອີນຊີໄດ້ຮັບໂລ້ລາງ ວັນພ້ອມເງີນສົດ 1 ແສນກີບ, ໃຫ້ກຽດມອບລາງວັນໃຫ້ແຕ່ລະທີມ ໂດຍແມ່ນທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນກີລາບານ ເຕະແຫ່ງຊາດລາວ, ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງພ້ອມດ້ວຍຄະນະສະຫະພັນກີລາບານເຕະແຂວງຫຼວງພະບາງ ແລະແຂກຮັບເຊີນທີ່ເຂົ້າຮ່ວມ.

-----

ໂດຍ: ອາພຸດເດດ ບຸບຜາ