ຫຼວງພະບາງ ມີໄຊເໜືອ ເອັນເອັດ ມາທຣິກ ຈາກມາເລເຊຍ ບານບ້ວງ ຊີງແຊັມອາຊຽນ 2020

  ທັບນັກກີລາສະໂມສອນ ບານບ້ວງ ປະເພດທີມຊາຍຫຼວງພະບາງ ຫຼື ຫຼວງພະບາງ Basketball Club ພາຍໃຕ້ການຄຸມ ທີມຂອງທ່ານ ຂັນແກ້ວ ດວງ ເດືອນ ດີກຣີທີມອັນດັບທີ 3 ຂອງລະດູການ 2019 ຂອງລາຍການ Mikaza Thailand Basketball Leago2020 ທີ່ປະເທດໄທ ລົງແຂ່ງຂັນນັດທີ 2 ຄືນຟອມເກັ່ງ ສາມາດເອົາຊະນະທີມເອັນເອັດ ມາທຣີກ ຫຼື NS Matrix ຈາກ ປະເທດມາເລເຊຍ 90-79 ຄະ ແນນ.

  ອີງຕາມຂໍ້ມູນຈາກເຟສບຸກລາວ ສູ້ໆ ແລະເຊຍລາວ ແຈ້ງໃຫ້ຊາບ ວ່າ: ທີມບານບ້ວງປະເພດຊາຍ ຫຼວງພະບາງ ຫຼື Basketball Club ພາຍໃຕ້ການຄຸມທີມຂອງທ່ານ ຂັນແກ້ວ ດວງເດືອນ ລົງແຂ່ງຂັນ ໃນການ Mikaza Thailand Basketball Leago2020 ທີ່ປະເທດໄທ ຊະນະ 1 ເສຍ 1 ກໍຄື ນັດທຳອິດຂອງທີມຫຼວງພະບາງ ລົງແຂ່ງຂັນໃນວັນທີ 8 ກຸມພາ 2020 ພົບກັບທີມ Adroit ຈາກ ສິງກະໂປ ຕະຫຼອດໄລຍະເກມໃນ 3 ຄໍເຕີ ທີມຫຼວງພະບາງ ອອກນຳ ແຕ່ໜ້າເສຍດາຍມາເຖິງຄໍເຕີ້ທີ 4 Adroit ສາມາດພີກສະຖານະການມາແຊງຊະນະໄປແບບຫວຸດຫວິດ ແລະມ່່ວນມັນສຸດໆ 67 ຕໍ່ 66 ຄະແນນ ກ່ອນໃນເກມທີ 2 ຫຼວງພະບາງ ຈະກັບມາຄືນຟອມເກັ່ງໃນວັນທີ 9 ກຸມພາ 2020 ຊະນະທີມ NS Matrix ຈາກມາເລເຊຍ 90 ຕໍ່79ຄະແນນ ໃນຄໍເຕີທີ 1 ຫຼວງພະບາງ 19-21 ຄະແນນ, ຄໍເຕີທີ 2 ຫຼວງພະບາງ ຖືກແຊງນຳ 38-40 ຄະແນນ, ຄໍເຕີທີ 3 ຫຼວງພະບາງ ແຊງນຳຄືນ 59-53 ກ່ອນຄໍເຕີທີ 4 ຫຼວງພະບາງ  ສາມາດຄວບຄຸມສະຖານະ ການໄດ້ເປັນຝ່າຍເອົາຊະນະໄປ 90-79 ຄະແນນ.

  ການແຂ່ງຂັນບານບ້ວງໃນລາຍການດັ່ງກ່າວເລີ່ມດຳເນີນລະຫວ່າງວັນທີ 8 ກຸມພາຈົນເຖິງ 23 ມີນາ 2020 ມີທີມດັງໃນອາຊຽນ 10 ທີມຈາກ 8 ປະເທດເຂົ້າ ຮ່ວມປະກອບມີ HITEC Basketball Club ຈາກໄທແຊັມເກົ່າ, Dunkin Raptor Basketball Club ຈາກໄທ, Adroit Basketball Club ຈາກສິງກະໂປ, NS Matrix Basketball Club ຈາກມາເລເຊຍ, BBM CLS Knight Basketball Club ຈາກອິໂດ,Makabayan Warriors Basketball Club ຟິລິບປິນ, ZNO Basketball Club ຈາກ ຟິລິບປິນ, Brunei Pegasus ຈາກບຣູໄນ,Mekong United Basketball Club ຫວຽດນາມ ແລະຫຼວງພະບາງ Basketball Club.

ສຳລັບທີມຫຼວງພະບາງ ຜົນງານໃນປີທີ່ຜ່ານມາຄວ້າອັນດັບ 3 ໃນລະດູການ 2019 ໃນປີນີ້ຍັງໄດ້ຜູ້ຫຼິ້ນທີ່ສຳຄັນມາຮັບໃຊ້ທີມນຳ ໂດຍໂຊເຊ ນຸຈັນທະວົງ  ລະດູການ ຜ່ານມາໄດ້ລາງວັນຜູ້ຫຼິ້ນດີເດັ່ນ, ບ໋ອບບີ້ ສີວັນທອງທັງ 2 ຄົນອາໃສຢູ່ ສະຫະລັດອາເມລິກາ ມາແຂ່ງຂັນໃນລາຍການນີ້ ໂດຍສະເພາະ ແລະຍັງພົມມະລິ ດວງເດືອນ ລວມທັງນັກກີລາຕ່າງຊາດຈຳນວນໜຶ່ງສ່ວນໂປຣແກຣມການແຂ່ງຂັນໃນນັດຕ່ໄປວັນທີ 15 ກຸມພາ ຫຼວງພະບາງ ພົບBruneiPegasus ເວລາ 10:00 ໂມງ ເປັນຕົ້ນໄປ ແລະວັນທີ 23 ກຸມພາ 2020 ຫຼວງພະບາງພົບ Dunkin Ratrs (ໄທ) ເວລາ 14:00  ທີ່ໜາມກີລານິມິບຸດສະໜາມກີລາ ແຫ່ງຊາດໄທ.

-----

ໂດຍ: ບຸນນິກ