ຄວາມສຳເລັດ ຣິລມີ ກາຣັນຕີດ້ວຍລາງວັນ ຊັ້ນນຳຈາກຫຼາຍປະເທດໃນປີ 2019

  ຄວາມສຳເລັດ Realme ແບຣນສະມາດໂຟນນ້ອງໃໝ່ກັບການເຕີບໂຕຢ່າງວ່ອງໄວກາຣັນຕີ ດ້ວຍລາງວັນຊັ້ນນຳຈາກຫຼາຍປະເທດໃນປີ 2019 ແລະໃນປີນັ້ນ Realme ແບຣນສະມາດໂຟນ ເພື່ອຄົນລຸ້ນໃໝ່ມີຄວາມມຸ້ງໝັ້ນແລະຍັງຄົງເດີນໜ້າພາຍໃຕ້ຄຳ ຂວັນ “Dare to Leap”ເພື່ອນຳສະເໜີຜະລິດຕະພັນທີ່ຈະເປີດປະສົບການຄົນລຸ້ນໃໝ່.

  ທັງນີ້ realme ຖືເປັນແບຣນ ສະມາດໂຟນທີ່ເຕີບໂຕໄວທີ່ສຸດໃນໂລກຂຶ້ນແທນແບຣນສະມາດໂຟນ ອັນດັບ 7 ຂອງໂລກພ້ອມຄວ້າລາງວັນຫຼາຍກວ່າ 60 ລາງວັນ ຊັ້ນນຳລະດັບໂລກໃນປີ 2019 ໂດຍ realme ປະສົບຄວາມສຳ ເລັດ ແລະເປັນທີ່ຍອມຮັບຢ່າງ ກວ້າງຂວາງທັງໃນແງ່ຂອງແນວ ຄິດແບຣນ ແລະຄຸນນະພາບຜະລິດ ຕະພັນ.

  ຄວ້າລາງວັນຈາກສື່ຊັ້ນນຳ Android Authority ແລະ GSM Arena ຈາກການສຳຫຼວດສະມາດໂຟນ Android ປະ ຈຳປີ 2019 ທີ່ຈັດໂດຍເວັບໄຊ Android Authority ໂດຍ realme X2 Pro  ໄດ້ຮັບລາງວັນ “Best Of Androids: 2019’s Winner” ແລະຕິດອັນດັບ “Best Smartphone of 2019:#1 Flafship Killer”.

ໂດຍ GSM Arena ໃນຖານະແບຣນສະມາດໂຟນນ້ອງໃໝ່ນັ້ນ realme ຖືເປັນແບຣນທີ່ມາແຮງ ແລະເປັນທີ່ຍອມຮັບຈາກສື່ຕ່າງປະເທດຊັ້ນນຳໃນໄລຍະເວລາອັນສັ້ນ ສະແດງໃຫ້ເຫັນວ່າrealmeມີສັກກະຍະພາບທີ່ໂດດເດັ່ນແບບກ້າວກະໂດດ.