ໄວຣັດໂຄໂຣນາ ສົ່ງຜົນກະທົບຕໍ່ຮູບເງົາຫຼາຍເລື່ອງ ຕ້ອງເລື່ອນສາຍບໍ່ມີກໍານົດ

 ເມື່ອຊ່ວງເທສະການກຸດ ຈີນທີ່ຜ່ານມາກໍເຮັດເອົາຜູ້ສ້າງ ຮູບເງົາແດນມັງກອນນໍ້າຕາເຊັດຫົວເຂົ່າຕາມໆກັນໄປຫຼັງການແຜ່ ລະບາດຂອງໄວຣັດໂຄໂຣນາສາຍ ພັນໃໝ່ໄດ້ສົ່ງຜົນກະທົບເຖິງບັນດາວົງການບັນເທີງຮູບເງົາເພາະຮູບເງົາຟອມຍັກຫຼາຍເລື່ອງຕ້ອງ ເລື່ອນສາຍແບບບໍ່ມີກໍານົດບໍ່ວ່າຈະເປັນ: Vanguard” ຊຶ່ງນໍາສະແດງ ໂດຍເຊີນຫຼົງ “Detective ChinaTown ພາກ 3 TheRescue” ແລະຮູບເງົາແອນີເມ ຊັ່ນ Legend Of Deification” ກໍຖືກໂຈະເລື່ອງກັນຢ່າງ ທົ່ວເຖິງ ແລະບໍ່ແມ່ນແຕ່ຮູບເງົາ ຂອງຈີນທີ່ໄດ້ຮັບຜົນກະທົບເຊື່ອວ່າ ຮູບເງົາ ສ.ເກົາຫຼີ  Secret Zoo ຮູບເງົາໃຕ້ຫວັນ Your Love Song ແລະຮູບເງົາມາເລເຊຍ ກໍ ໄດ້ຮັບຜົນກະທົບບໍ່ຕ່າງກັນ ແລະອາດສົ່ງຜົນກະທົບໄປຮອດລາຍໄດ້ຂອງຮູບເງົາຮອລລີວູ້ດທີ່ທຸກມື້ນີ້ຍຶດຖານຜູ້ຊົມຊາວຈີນເປັນຫຼັກອີກດ້ວຍ.

  ໃນຂະນະກອງຖ່າຍຮູບເງົາທີ່ຈີນກໍໄດ້ຮັບຜົນກະທົບບໍ່ວ່າຈະ ເປັນພະເອກນັກບູ້ ດອນນີ່ ເຍນ ກໍຕ້ອງພັກການຖ່າຍທໍາຮູບເງົາເລື່ອງໃໝ່ແບບຍາວໆເນື່ອງຈາກ ຮູບເງົາຕ້ອງປັກຖານຖ່າຍທໍາບໍລິ ເວນພູເຂົາຈາງໄປ໋ຊານຕາເວັນ ອອກສຽງເໜືອຂອງຈີນເປັນຫຼັກ ຊຶ່ງການເລື່ອນຖ່າຍຄັ້ງນີ້ເຮັດໃຫ້ຜູ້ຖ່າຍຕ້ອງສູນເສຍເງິນຄ່າຈ້າງທີມງານ ແລະນັກສະແດງປະກອບ ເກືອບພັນຊີວິດໄປແບບທໍາມະດາ ເຖິງ 40 ລ້ານບາດ ບໍ່ມີແຕ່ວົງ ການບັນເທີງຮູບເງົາເທົ່ານັ້ນທີ່ໄດ້ຮັບຜົນກະທົບແມ້ແຕ່ຊີລີສ໌ທັງຫຼາຍ ທີ່ຢູ່ລະຫວ່າງການຖ່າຍທໍາກໍຖືກ ຕິດຫາງເພາສະຕູດິໂອໃຫຍ່ໆໃນ ຈີນປິດໃຫ້ບໍລິການຊົ່ວຄາວອີກ.