ແຄນນອລກຳລັງພັດທະນາກ້ອງອີໂອເອສອາຣ 5 ເຊນເຊີ 45 ລ້ານພິກເຊລ

  ແຄນນອລກຳລັງພັດທະນາກ້ອງ EOS R5 ໂດຍໃຊ້ເຊນເຊີ 45 ລ້ານພິກເຊລກັນສັ່ນ IBIS ຖ່າຍວິດີໂອ 8K. ມີຂ່າວວ່າ Canon ກຳລັງພັດທະນາກ້ອງທີ່ມີລຸ້ນ EOS R5 ໂດຍໃຊ້ເຊນເຊີ Full Frame ຄວາມລະອຽດ 45 ລ້ານພິກເຊລມາພ້ອມລະບົບປ້ອງກັນພາບສັ່ນໄຫວ IBS (In Body Image Sta bilizer) ຖ່າຍພາບຕໍ່ເນື່ອງ 12 ເຟຣມຕໍ່ວິນາທີ (Mechanical)ແລະ20 ເຟຣມຕວິນາທີ(Electronic).

  ແລະຍັງອ້າງອີກວ່າ CanonEOS R5 ຈະສາມາດຖ່າຍວິດີໂອ 4K ທີ່ 120 ເຟຣມຕໍ່ວິນາທີ ຫຼືອາດປັບໄດ້ສູງສຸດ 8K ທີ່ 30 ເຟຣມຕໍ່ວິນາທິ ແລະ ໃຊ້ແບັດເຕີຣີ ທີ່ຄ້າຍຄືກັບ 5D Mark IV.

  ຄາດວ່າ Canon EOS R5 ຈະມາພ້ອມວາງຈຳໜ່າຍພາຍໃນເດືອນກໍລະກົດນີ້ຊຶ່ງນັ້ນໝາຍເຖິງ Canon ອາດມີການປະກາດເປີດໂຕໃໝ່ກ່ອນໄວກວ່ານັ້ນ.