ຍູຣິ ຈະບໍ່ທົນ ຖືກແຮັກໄອຈີ ຝາກເຖິງແຮັກເກີຢ່າງເດືອດ

  ຢູ່ໆເລື່ອງບໍ່ຄາດຄິດກໍເກີດຂຶ້ນກັບອິນສະຕາແກຣນ yulyulk ຂອງນັກຮ້ອງສາວ ຍູຣິ ແຫ່ງເກີຣ໌ລ ແບນດ໌ ເກິຣ໌ລເຈເນເຣຊັ່ນ ກັບຍອດຟອລໂລວ໌ 5.2 ລ້ານເມື່ອມີແຮັກເກີ ເຂົ້າມາແຮັກໄອຈີຂອງນາງ.

ໂດຍເລື່ອງນີ້ເກີດຂຶ້ນເມື່ອວັນທີ 4 ກຸມພາ ຜ່ານມານັກຮ້ອງສາວ ໄອດອລໄວ 30 ປີ ຄວອນ ຍູຣິ ໂພສເລື່ອງນີ້ຜ່ານທາງໄອຈີສຕອ ລີ່ພ້ອມໂຊສອງຮູບພາບທີ່ເປັນສັນຍານບົງບອກວ່າອິນສຕາແກຣນ ຂອງນາງກຳລັງຖືກມືດີແອັບແຮັກຂົ້າມາເສຍແລ້ວດ້ວຍການໄປກົດຕິດຕາມບັນຊີຜູ້ໃຊ້ອິນສຕາແກຣນຂອງໃຜບາງຄົນທີ່ນາງບໍ່ຮູ້ຈັກເລີຍໂດຍທີ່ນາງກໍບໍ່ໄດ້ກົດຟອລໂລວ໌ໃຜ ເລີຍອີກຊໍ້າ ໂດຍຍູຣິ ເຜີຍຂໍ້ຄວາມ ລະບຸວ່າໃຜເຮັດແບບນີ້ວະເປັນຫຍັງໜ້າຟຶດທີ່ເຮົາບໍ່ຮູ້ຈັກເລີຍເຖິງໂຜຂຶ້ນມາໄດ້ແນວໃດເປັນຫຍັງເຮົາເຖິງ ໄດ້ກໍາລັງຕິດຕາມຄົນນີ້ຢູ່ນໍາໄດ້ ໂປດຢ່າມາວົນວາຍກັບບັນຊີໄອຈີ ຂອງເຮົາຍ່າມາແຮັກກັນເລີຍ, ອິນສຕາແກຣນຂອງນາງກໍາລັງຖືກແຮັກ.