ໄຊຍະສົ່ງເສີມ ແລະຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ

  ການຈັດຕັ້ງປະຕິບັດວຽກ ງານການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ ເປັນວຽກງານ ໜຶ່ງທີ່ສໍາຄັນຂອງພັກ ແລະລັດຖະບານ ເວົ້າລວມເວົ້າສະເພາະກໍ່ຄື ການນໍາຂອງແຂວງໄຊຍະບູລີ ໄດ້ເອົາໃຈໃສ່ຊີ້ນໍານໍາພາຢ່າງໃກ້ຊິດໃນການດໍາເນີນທຸລະກິດໂຄງການລົງທຶນດ້ານຕ່າງໆ ເພື່ອໃຫ້ສອດຄ່ອງຖືກຕ້ອງຕາມລະບຽບກົດ ໝາຍໃນເງື່ອນໄຂປະຈຸບັນ.

  ທ່ານ ຄໍາເຜີຍ ສິດທະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ໄດ້ ເປີດເຜີຍວ່າ: ໃນປີ 2019 ແຂວງ ໄຊຍະບູລີ ໄດ້ອະນຸມັດການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີ 15 ໂຄງການ, ມີທຶນທັງໝົດ 24 ລ້ານໂດລາສະຫະລັດ. ໃນນີ້ດໍາເນີນກິດຈະການທົ່ວໄປ (ກິດຈະການຄວບຄຸມ) ມີ 9 ໂຄງການ ມູນຄ່າ 10 ລ້ານກວ່າໂດລາ, ກິດຈະການສໍາປະທານມີ 6 ໂຄງການ ມູນຄ່າ 13 ລ້ານກວ່າໂດລາ, ເມື່ອທຽບໃສ່ປີ 2018 ຜ່ານມາເຫັນວ່າເພີ່ມຂຶ້ນ 11 ເທົ່າຕົວ, ຖ້າທຽບໃສ່ແຜນການປີ 2019 ລື່ນ ຄາດໝາຍ 66,5% ເນື່ອງຈາກວ່າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມອບກິດຈະການທົ່ວໄປ (ຄວບຄຸມ) ໃຫ້ຂຶ້ນກັບແຜນກການ ແລະການລົງທຶນ.

  ພ້ອມນີ້ໃນປີ 2019 ພະແນກ ແຜນການ ແລະການລົງທຶນຂອງ ພວກເຮົາໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການສຶກສາສໍາຫຼວດ (MOU) ຈໍານວນ 5 ໂຄງການ, ປະຈຸບັນກໍາລັງກະກຽມເຊັນບົດບັນທຶກຄວາມເຂົ້າໃຈອີກ 9 ໂຄງ ການ, ສຳລັບຕົວເລກຂອງການຂຶ້ນທະບຽນວິສາຫະກິດຂະແໜງອຸດສາຫະກໍາ ແລະການຄ້າ ມີຈຳນວນ 437 ຫົວໜ່ວຍ, ມີທຶນຈົດທະບຽນ ທັງໝົດ 307 ຕື້ກີບ ຫຼື ເທົ່າກັບ 34,3 ລ້ານໂດລາສະຫະລັດ, ອີກດ້ານໜຶ່ງການຈັດຕັ້ງປະຕິບັດໃນຮູບແບບ 2+3 ໃຫ້ມີປະຊາຊົນມີ ສ່ວນຮ່ວມຫຼາຍທີ່ສຸດ.

  ປະຈຸບັນນີ້ມີໂຄງການປູກກ້ວຍ 8 ບໍລິສັດໃນເນື້ອທີ່ 2.986 ເຮັກຕາ ແລະໃນປີນີ້ໄດ້ອະນຸມັດໃຫ້ມີ ການສົ່ງເສີມການປູກ, ເກັບຊື້ ແລະ ສ້າງຕັ້ງໂຮງງານປຸງແຕ່ງໃບຊາໝ້ຽງຢູ່ບັນດາເມືອງທີ່ມີທ່າແຮງ ຊຶ່ງໄດ້ອະນຸຍາດໃຫ້ເອກະຊົນເຂົ້າ ມາລົງທຶນແລ້ວ 7 ໂຄງການ ມູນ ຄ່າ 1 ລ້ານກວ່າໂດລາສະຫະລັດ, ເປົ້າໝາຍເພື່ອເພີ່ມມູນຄ່າໃບຊາ ໝ້ຽງສ້າງລາຍຮັບໃຫ້ແກ່ປະຊາຊົນ, ສ້າງອາຊີບໝັ້ນຄົງ ແລະເປັນການອະນຸລັກຕົ້ນຊາໝ້ຽງທໍາມະຊາດບໍ່ໃຫ້ຖືກທໍາລາຍ; ພ້ອມຍັງ ໄດ້ກໍານົດໃຫ້ເປັນເອກະລັກຜະລິດຕະພັນຂອງແຂວງໄຊຍະບູລີ ເພື່ອ ຈຳໜ່າຍພາຍໃນ ແລະຕ່າງປະເທດ.

  ສຳລັບໂຄງການທີ່ໄດ້ຮັບອະນຸມັດຈາກຂັ້ນສູນກາງຈັດຕັ້ງປະຕິບັດຢູ່ພາຍໃນແຂວງໄຊຍະບູລີ ທີ່ກໍາລັງດໍາເນີນງານ ແລະກຳລັງສຶກສາສຳຫຼວດຄວາມເປັນໄປໄດ້ທັງໝົດ 21 ໂຄງການ ໃນນັ້ນໂຄງ ການພັດທະນາພະລັງງານໄຟຟ້າມີ 9 ໂຄງການ, ຄາດຄະເນກຳລັງການ ຜະລິດ 6.844 ເມກາວັດ,ໂຄງການ ຊອກຄົ້ນ-ສຳຫຼວດແຮ່ທາດມີ 7 ໂຄງການ ເນື້ອທີ່ 2.912 ກິໂລ ຕາ ແມັດ,ໂຄງການຂຸດຄົ້ນ ແລະປຸງ ແຕ່ງແຮ່ທາດມີ 3 ໂຄງການເນື້ອທີ່ 32,25 ກິໂຕາແມັດ, ບໍລິສັດລາວ-ໄທຮົ້ວ ຢາງພາລາ ສຳປະທານທີ່ດິນປູກຢາງພາລາ 1 ໂຄງການ ແລະຂະແໜງອຸດສາຫະກໍາໂຮງງານຊີມັງຊານເລີ 1 ໂຄງການໃນນີ້ໄດ້ຍົກເລີກສັນຍາ ໂຄງການຊອກຄົ້ນ-ສຳຫຼວດແຮ່ ທາດແລ້ວ 2 ໂຄງການ ແລະກໍາລັງສະເໜີຍົກເລີກສັນຍາອີກ 2 ໂຄງການ.

-----

 ໂດຍ: ບຸນທີ