ກຳນົດແຜນຍຸດທະສາດການສຶກສາກ່ອນໄວຮຽນ

  ວັນທີ 10 ກຸມພາຜ່ານມາທີ່ຫ້ອງປະຊຸມລີສອດນາປາກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ກົມການສຶກສາກ່ອນໄວຮຽນກະຊວງສຶກສາທິການ ແລະກີລາ (ສສກ) ໄດ້ຈັດກອງປະຊຸມກຳນົດກອບແຜນຍຸດທະສາດການສຶກສາກ່ອນໄວຮຽນ 2021-2025 ໂດຍໃຫ້ກຽດເປັນປະທານຂອງທ່ານ ມີທອງ ສຸວັນວິໄຊ ຫົວໜ້າກົມການສຶກ ສາກ່ອນໄວຮຽນກະຊວງສຶກສາທິການ ແລະກີລາ, ມີຄະນະກົມ, ຄູຮ່ວມພັດທະນາແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ການຈັດກອງປະຊຸມຄັ້ງນີ້ເພື່ອປຶກສາຫາລື ແລະປະກອບຄຳເຫັນໃສ່ຮ່າງວິໄສທັດ ແລະຍຸດທະສາດການສຶກສາກ່ອນໄວຮຽນ, ເພື່ອຄົ້ນຄວ້າຮ່າງແຜນຍຸດທະສາດການ ສຶກສາກ່ອນໄວຮຽນຮອດປີ 2025, ເພື່ອປະກອບຂໍ້ມູນໃສ່ແຜນປະຕິບັດງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນໄລຍະ 5 ປີ ຄັ້ງທີ  IX (2021-2025), ກະຊວງສຶກສາ ແລະກີລາໄດ້ຂະຫຍາຍການຈັດຕັ້ງປະຕິບັດການສຶກສາກ່ອນ ໄວຮຽນໄປສູ່ເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ເດັກນ້ອຍໄດ້ຮັບການດູແລເບີ່ງແຍງ ແລະມີພັດທະນາການທີ່ດີໂດຍສະເພາະການກຽມຄວາມພ້ອມທາງດ້ານການຮຽນກ່ອນເຂົ້າຮຽນໃນຊັ້ນປະຖົມສຶກສາ, ສະນັ້ນການຮັບຮູ້ ແລະຜັນຂະຫຍາຍການຈັດຕັ້ງປະຕິ ບັດນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາກ່ອນໄວຮຽນເປັນວຽກທີ່ສຳຄັນສຳລັບຜູ້ບໍລິຫານການສຶກສາ ແລະ ວິຊາການທີ່ສັງກັດຢູ່ທຸກລະດັບແຕ່ລະຂັ້ນຄຸ້ມຄອງທີ່ຈຳ ເປັນຈະຕ້ອງໄດ້ຈັດຕັ້ງປະຕິບັດ.

   ປະຈຸບັນ, ໃນແຜນພັດທະນາຂະແໜງການສຶກສາ ແລະກີລາ 5 ປີ 2016-2020 ໄດ້ກໍາເອົາວຽກງານການສຶກສາກ່ອນໄວຮຽນເປັນວຽກບຸລິມະສິດໜຶ່ງທີ່ສໍາຄັນ ຊຶ່ງປະກອບມີ: 5 ຍຸດທະສາດ 19 ວຽກຈຸດສຸມຂອງຂະແໜງການຍ່ອຍການສຶກສາກ່ອນໄວຮຽນ, ແຕ່ເຖິງແນວໃດກໍຕາມຍຸດທະສາດດັ່ງກ່າວມີຂອບເຂດການປະຕິບັດຮອດປີ 2020 ເທົ່ານັ້ນ, ສະນັ້ນເພື່ອກະ ກຽມໃຫ້ແກ່ການກຳນົດກອບແຜນຍຸດທະສາດ 5 ປີ ໃນຕໍ່ໜ້າຊຶ່ງຈໍາເປັນຕ້ອງມີຄວາມສອດຄ່ອງ ແລະສາມາດຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາກ່ອນໄວຮຽນຈຶ່ງມີຄວາມຈຳເປັນຕ້ອງໄດ້ກະກຽມ ແລະປຶກສາຫາລືເພື່ອກຳນົດກອບແຜນວຽກດັ່ງກ່າວເພື່ອສ້າງເປັນແຜນຍຸດທະສາດ (2021-2025) ຮ່ວມກັບບັນດາຂະແໜງການຍ່ອຍຕ່າງໆທີ່ກ່ຽວຂ້ອງ.

_____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ