ອີໂວ້ ສະຕໍ ສືບຕໍ່ສົ່ງເສີມການພັດທະນາວົງການກີລາລາວ

  ອີໂວ້ ສະຕໍ ( EVO STORE) ສູນຈໍາໜ່າຍເຄື່ອງກີລາ ແລະ ອຸປະກອນກີລາທັງເປັນຜູ້ຜະລິດຈໍາໜ່າຍແບຣນເຄື່ອງກີລາສັນຊາດລາວສືບຕໍ່ເປັນສ່ວນໜຶ່ງໃນການສົ່ງເສີມພັດທະນາວົງການກີລາ ລາວດ້ວຍການເຊັນສັນຍາສະໜັບສະໜູນກັບຫຼາຍພາກສ່ວນປະຈໍາປີ 2020 ໂດຍສະເພາະກີລາແລ່ນ-ລານຊຶ່ງມີອານຸສອນ ໄຊສາ ເຈົ້າຂອງຫຼຽນທອງລາຍການແລ່ນ 110ແມັດຂ້າມຮົ້ວງານກີລາຊີເກມທີ່ປະເທດຟິລິບປິນເມື່ອທ້າຍປີ 2019 ແລະນາງ ລົດແກ້ວ ອິນທະກຸມມານ ນັກກີລາສາວນັກແລ່ນຜູ້ສ້າງຊື່ສຽງໃຫ້ວົງການແລ່ນລາວດ້ວຍການກວາດແຊັມທັງພາຍໃນ ແລະຕ່າງປະເທດເຖິງ 15 ລາຍການ.

   ພິທີເຊັນສັນຍາດັ່ງກ່າວຈັດຂຶ້ນທີ່ 11 ກຸມພາຜ່ານມາ ສູນຈໍາໜ່າຍເຄື່ອງກີລາ ແລະອຸປະກອນກີລາອີໂວ້ ສະຕໍສາຂາໃຫຍ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມລົງນາມຂອງທ່ານ ວັນນະກອນ ພົມມະຈັກ ຜູ້ອໍານວຍການ ອີໂວ້ ສະຕໍ ແລະບັນດາພາກສ່ວນຕ່າງໆ ພ້ອມທັງສ່ວນບຸກຄົນເຂົ້າຮ່ວມລົງນາມຢ່າງ ພ້ອມພຽງ, ມີທ່ານ ບູສະໄໝ ບຸດທະວົງ ຄະນະບໍລິຫານ ອີໂວ້ ສະຕໍ ພ້ອມດ້ວຍຕ້າງໜ້າແຕ່ລະພາກສ່ວນ ແລະສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

   ໂອກາດນີ້, ທ່ານ ວັນນະກອນ ພົມມະຈັກ ໃຫ້ສຳພາດວ່າ: ໃນໄລຍະການກໍ່ສ້າງໂຮງງານຜະລິດຕະພັນເຄື່ອງອີໂວ້ສາມາດຜະລິດ ແລະຈຳໜ່າຍໃຫ້ແກ່ສັງຄົມທັງພາຍໃນ ແລະຕ່າງປະເທດຫຼາຍກວ່າ 50 ພັນຜືນຊຶ່ງເປັນຄວາມພາກພູມໃຈທີ່ສຸດໂດຍສະເພາະແບຣນອີໂວ້ໄດ້ອອກໄປສູ່ສາຍຕາຂອງຫຼາຍປະເທດເປັນຕົ້ນແມ່ນໄທ ແລະສ.ເກົາ ຫຼີ ສະນັ້ນໃນປີ 2020 ກໍເປັນເປົ້າໝາຍທີ່ສຳຄັນ ແລະທ້າທ່າຍທີ່ສຸດຈຶ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນວົງການກີລາລາວກໍຄືກີລາແລ່ນ-ລານ ແລະພາກສ່ວນອື່ນໆ ເພື່ອຊຸກຍູ້ເຂົາເຈົ້າໄດ້ມີການພັດທະນາທີ່ພົ້ນເດັ່ນ ແລະສາມາດຮັບປະກັນໃນການສ້າງຜົນງານທີ່ດີເດັ່ນເປັນກຽດສັກສີ ແລະຊື່ສຽງມາສູ່ປະເທດຊາດອີກດ້ວຍ.

 ສໍາລັບການເຊັນສັນຍາຄັ້ງນີ້ ອີໂວ້ ໄດ້ຊັນສັນຍາສະໜັບສະໜູນເປັນໄລຍະ 1 ປີ ໃຫ້ກັບທີມບານເຕະ LAO ALL STAR, ທີມກີລາອີ-ສະປອດ CANDY COME BACK, ສະຫະພັນກີລາແລ່ນ-ລານ,Influercer ແລະທີມແລ່ນ LKCoaching(ທີມຂອງນາງ ລົດແກ້ວ), ນອກນັ້ນກໍຍັງເຊັນສັນຍາສະໜັບສະໜູນກັບ ສັກວົງເຊວ, ອານຸສອນ ໄຊສາ ນັກແລ່ນ-ລານ ທີມຊາດລາວ,ແຮັບປີ້ສີສົມພອນ,VANKONG ນັກແລ່ນ ແລະກິນ້ອຍໂຄສົກ,ນອກນັ້ນອີໂວ້ຍັງໃຫ້ໄດ້ການສະໜັບສະໜູນທັບນັກກີລາແຂວງຊຽງຂວາງເຂົ້າຮ່ວມລ່າຫຼຽນຄຳໃນງານມະຫາກໍາກີລາແຫ່ງຊາດຄັ້ງທີ Xl ຫຼື ຊຽງຂວາງເກມທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ມີນາຫາ 1 ເມສາ 2020 ນີ້ອີກດ້ວຍ.

-----

ໂດຍ: ບຸນນິກ