ສະມາຄົມເຢຍລະມັນ-ລາວເພື່ອພັດທະນາ ລົງຢ້ຽມຢາມໂຄງການກໍ່ສ້າງໂຮງຮຽນບ້ານນາທົ່ງຫຼວງ

 ວັນທີ 11 ກຸມພາ ຜ່ານມາທ່ານ ວິກຕົວ ຕາງໜ້າສະມາຄົມເຢຍລະມັນ-ລາວເພື່ອການພັດທະນາພ້ອມຄະນະໄດ້ລົງຢ້ຽມຢາມ ແລະກວດກາໂຄງການກໍ່ສ້າງໂຮງຮຽນມູນລະປະຖົມບ້ານນາທົ່ງຫຼວງ ເມືອງສາລະວັນ, ແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ, ມີພາກສ່ວນທີ່ກ່ຽວ ຂ້ອງ, ອໍານາດການປົກ ຄອງ, ຄູ-ອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມ.

  ໂຄງການກໍ່ສ້າງໂຮງຮຽນມູນ ລະປະຖົມບ້ານນາທົ່ງຫຼວງ ເມືອງສາລະວັນ, ແຂວງສາລະວັນ ໄດ້ລົງມືກໍ່ສ້າງໃນວັນທີ 3 ມັງກອນ 2020 ຄາດວ່າຈະໃຫ້ສໍາເລັດໃນວັນທີ 3 ມີນາ 2020 ຊຶ່ງເປັນອາຄານຊັ້ນດຽວຖາວອນ, ຂະໜາດ 8x21 ແມັດ,ປະກອບດ້ວຍອຸປະກອນການຮຽນ-ການສອນຄົບຊຸດ, ໃນມູນຄ່າການກໍ່ສ້າງ 155 ລ້ານ ກວ່າກີບ, ເປັນທຶນຂອງປະຊາຊົນ 30% ແລະທຶນສະໜັບສະໜູນຈາກສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ 70%.

__________

ໂດຍ:  ນັກຂ່າວເມືອງສາລະວັນ