ຄຳເສັງ ຊຸກຍູ້ເຄື່ອງນຸ່ງກີລາ ເປຕັງ ນະຄອນຫຼວງ ຮ່ວມຊຽງຂວາງເກມ

  ບໍລິສັດ ຄຳເສັງ ຈຳກັດ ໃຫ້ການຊຸກຍູ້ເຄື່ອງນຸ່ງກີລາເປຕັງຈຳນວນ 12 ຊຸດ ລວມມູນຄ່າ 1 ລ້ານກີບ ໃຫ້ທັບນັກກີລາເປຕັງນະຄອນຫຼວງວຽງຈັນ (ນວ) ຈຳນວນ 10 ຄົນ, ຍິງ 3 ຄົນພ້ອມດ້ວຍຄູຝຶກເຂົ້າຮ່ວມແຂ່ງຂັນເປຕັງ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນເສົາຜ່ານມາເພື່ອເປັນທົດສອບນັກກີລາເປຕັງ ນວ ໃນງານມະຫາກຳກີລາແຫ່ງຊາດຄັ້ງທີ Xl  ຫຼືຊຽງຂວາງເກມ ທີ່ແຂວງຊຽຂວາງຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ມີນາຫາ 1 ເມສານີ້.

  ພິທີມອບ-ຮັບເຄື່ອງດັ່ງກ່າວມີ ຂຶ້ນເມື່ອວັນທີ 12 ກຸມພາ ຜ່ານມາ ທີ່ສະໂມສອນກີລາເປຕັງ ບຶງຂະຫຍອງ ເມືອງສີສັດຕະນາກນະ ຄອນຫຼວງວຽງຈັນ ໂດຍຕາງໜ້າ ເປັນການກ່າວມອບຂອງທ່ານ ພົມມາ ສູນດາລາ ຫົວໜ້າຄູຝືກມວຍ ລາວ ສະຫະພັນມວຍລາວ ນວ ແລະກ່າວຮັບແມ່ນທ່ານ ຄຳເກີດຟອງຊານຸວົງ ປະທານສະຫະພັນ ເປຕັງ ນວ, ມີບັນດາຄະນະຄູຝຶກ ແລະນັກກີລາຕະຫຼອດຮອດພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

  ທ່ານ ຄຳເກີດ ຟອງຊານຸວົງ ປະທານສະຫະພັນເປຕັງນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການເຂົ້າຮ່ວມແຂ່ງຂັນກີລາເປຕັງ ຊຽງຂວາງເກມ 2020 ຊຶ່ງຈະເປີດສາກຂຶ້ນໃນມໍ່ໆນີ້ສະຫະພັນເປຕັງ ນວ ຈະໄດ້ສົ່ງນັກກີລາເປຕັງລູກ ຫຼານຊາວນະຄອນຫຼວງວຽງຈັນ ຈຳນວນ 10, ຍິງ 3 ຄົນ ເຂົ້າ ຮ່ວມແຂ່ງຂັນ ແລະໄດ້ຝຶກຊ້ອມມື້ ໜຶ່ງ 6 ຫາ 7 ຊົວໂມງນັບມາຮອດປະຈຸບັນກໍມີຄວາມພ້ອມເຖິງ 90% ແລະການແຂ່ງຂັນລາຍການດັ່ງກ່າວຈະມີການຊີງໄຊ 11  ລາຍການ ແຕ່ພວກເຮົາຈະສົ່ງເຂົ້າ ຮ່ວມພຽງ 8 ລາຍການ, ໃນນັ້ນລາຍການທີ່ ເປັນປາຍແຫຼມທີ່ຈະເຮັດໃຫ້ພວກ ເຮົາສາມາດສ້າງຜົນງານໄດ້ໂດດ ເດັ່ນນັ້ນແມ່ນປະເພດຊຸດຕິ້ງ, ດ່ຽວຊາຍ ແລະທີມຊຸດຊາຍ.

  ການແຂ່ງຂັນກີລາເປຕັງຊຽງຂວາງເກມ ຈະດຳເນີນຂຶ້ນໃນລະຫວ່າງວັນທີ 23-31 ມີນາ 2020 ຊຶ່ງຈະມີການຊີງໄຊກັນທັງໝົດ 11 ຫຼຽນຄຳປະກອບມີປະເພດດ່ຽວຍິງ-ຊາຍ,ທີມຄູ່ຍິງ-ຊາຍ,ທີມຊຸດ ຍິງ-ຊາຍ,ທີມຄູ່ປະສົມ, ຊຸດຕີ້ງຍິງ-ຊາຍ, ທີມຊາຍ 2 ຍິງ 1 ແລະ ທີມ ຍິງ 2 ຊາຍ 1 ສ່ວນທັບນັກກີລາເປຕັງນະຄອນຫຼວງວຽງຈັນ ຈຳນວນ 10 ຄົນ, ຍິງ 3 ຄົນ ແມ່ນຈະສົງພຽງ 8 ລາຍການບໍ່ມີພຽງຊຸດຕິ້ງຍິງ, ທີມຊຸດຍິງ ແລະດ່ຽວຍິງ.

----

ໂດຍ: ບຸນນິກ