ຫົວເຫວີຍຢືນຢັນຈັດງານຖະແຫຼງການເປີດໂຕ 8 ດິໄວຊ ໃນວັນທີ 23 ກຸມພາ

 ເຖິງແມ່ນວ່າ GSMA ຜູ້ຈັດງານ Mobile World Con gress 2020 ຈະປະກາດຍົກເລີກການຈັດງານທີ່ປະເທດແອັດສະປາຍຢ່າງເປັນທາງການແລ້ວເພາະເລື່ອງຄວາມປອດໄພຂອງຜູ້ຄົນຈາກໄວຣັດໂຄວິດ-19 ແຕ່ໃນຂະນະດຽວກັນ Huawei ເອງຜູ້ຜະລິດມືຖືແລະລະບົບເຄືອຂ່າຍໃນ ສປ ຈີນ ກັບບອກວ່າຈະມີການເປີດໂຕໃນວັນທີ 23 ກຸມພານີ້.

  ສິ່ງທີ່ໜ້າຈັບຕາມອງໃນງານນີ້ຄືການເປີດໂຕອຸປະກອນຫຼາກຫຼາຍບໍ່ວ່າຈະເປັນ Smart Phone ແບບພັບໄດ້ລຸ້ນໃໝ່ຄາດວ່າຈະເປັນ Mate Xs, ຫູຟັງແບບ TWS, Smart TV, VR Headset ແລະອື່ນໆອີກຫຼາຍຢ່າງ.

 ແລະຍັງມີການເປີດເຜີລາຍລະອຽດຂອງ Huawei MateXs ຊຶ່ງພັດທະນາຕໍ່ຈາກ Mate X ມືຖືພັບໄດ້ລຸ້ນທຳອິດຂອງຄ່າຍຈະມີການອັບເດດສະເປັກມາໃຊ້ Kirin 990 ພ້ອມກັບຮອງຮັບ 5G ແລະຈະຊາກໄຟດ້ວຍກຳລັງ 65W ຖື ວ່າໄວຂຶ້ນ ແລະສຸດທ້າຍບານພັບແຂງແຮງຂຶ້ນ.