4 ອາຫານ ຊ່ວຍບຳລຸງເລືອດເໝາະສໍາລັບຄົນເລືອດຈາງ

  ເລືອດມີໜ້າທີ່ສໍາຄັນຕໍ່ຮ່າງກາຍຫຼາຍບໍ່ວ່າຈະເປັນການສົ່ງຕໍ່ສານອາຫານໃຫ້ແກ່ເຊວຕ່າງໆໃນຮ່າງກາຍຂັບສິ່ງເສດເຫຼືອ ແລະຕໍ່ສູ້ກັບເຊື້ອພະຍາດ, ທຸກຄົນຈຶ່ງຈຳເປັນຕ້ອງບຳລຸງຮັກສາເລືອດໃຫ້ມີຄຸນນະພາບທີ່ສຸດເພື່ອໃຫ້ຕໍ່ສູ້ກັບພະຍາດຮ້າຍຫຼາຍຊະນິດເລືອກກິນອາຫານທີ່ດີຕໍ່ເລືອດສະນັ້ນການບໍາລຸງເລືອດ ແລະຮັກສາເລືອດຈຶ່ງເປັນ ເລື່ອງສຳຄັນ.

  • - ຜັກສີຂຽວ: ຈຳພວກຜັກສີຂຽວເຊັ່ນ: ຜັກບົ້ງ, ຜັກກາດ, ຜັກອີຮຸມ ແລະຜັກຕ່າງໆທີ່ເປັນສີຂຽວເຫຼົ່ານີ້ຄວນກິນຮ່ວມກັບອາຫານທີ່ມີໂປຣຕີນສູງເຊັ່ນ: ໝາກສົ້ມ ຫຼືໝາກຫຸ່ງເພື່ອຊ່ວຍໃຫ້ຮ່າງກາຍດູດຊຶມທາດເຫຼັກໃນພືດຜັກເຫຼົ່ານີ້ໄດ້ດີ.
  • - ເລືອດ, ຕັບ, ຊີ້ນ: ທາດເຫຼັກທີ່ຢູ່ໃນອາຫານປະເພດເລືອດ, ຕັບ, ຊີ້ນ ຮ່າງກາຍສາມາດດູດຊຶມ ແລະເອົາໄປໃຊ້ໄດ້ດີ, ດັ່ງນັ້ນໃຜທີ່ຕ້ອງການທາດເຫຼັກສູງຄວນກິນເລືອດ, ຕັບ ແລະຊີ້ນສັດຕ່າງໆ ໂດຍສະເພາະຊີ້ນແດງຄວນກິນອາທິດລະ 2-3 ຄັ້ງ.
  • - ອາຫານທະເລ, ມ້າມ ແລະໄຂ່ແດງ: ອາຫານເຫຼົ່ານີ້ຈັດເປັນທາດເຫຼັກທີ່ຮ່າງກາຍສາມາດດູດຊຶມທາດເຫຼັກໄດ້ດີໃນອັດຕາການດູດຊຶມ 20-30% ຫາກໄດ້ກິນອາຫານເຫຼົ່ານີ້ຮ່ວມກັບວິຕາມິນຊີຈາກໝາກໄມ້ເຊັ່ນ: ໝາກໄມ້ທີ່ມີລົດສົ້ມ ຫຼືໝາກສີດາການດູດຊຶມທາດເຫຼັກເຂົ້າສູ່ລຳໄສ້ນ້ອຍຈະດູດໄດ້ດີທີ່ສຸດ.
  • - ໝາກເຜັດ, ກະທຽມ, ຂີ້ມິ້ນ: ເປັນສະໝຸນໄພທີ່ມີສ່ວນຊ່ວຍໃນການໄຫຼວຽນຂອງເລືອດໃຫ້ໄດ້ດີອີກຍັງຊ່ວຍຫຼຸດຄວາມດັນເລືອດໃຫ້ຢູ່ປົກກະຕິ