ອຸດົມໄຊ ລວມຍອດຜະລິດຕະພັນພາຍໃນບັນລຸ 3,8 ພັນຕື້ກີບ

 ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຜນການ-ການເງິນປະຈໍາ ປີ 2019 ແລະວາງທິດທາງແຜນການປີ 2020 ຂອງແຂວງອຸດົມໄຊໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງອຸດົມໄຊໂດຍການເປັນປະທານຂອງທ່າ ຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ມີທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງ, ມີບັນດາພະແນກການ,ການນຳເມືອງ 7 ເມືອງ, ຂະແໜງການກ່ຽວຂ້ອງ ແລະນັກທຸລະກິດຜູ້ປະກອບການພາຍໃນແຂວງອຸດົມໄຊເຂົ້າຮ່ວມ.

  ໃນກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຜນການ ແລະການລົງທຶນໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ການຈັດຕັ້ງປະຕິບັດແຜນງົບ ປະມານ ລວມທັງວຽກງານສະຖິຕິ ປະຈຳປີ 2019 ຊຶ່ງຍົກໃຫ້ເຫັນ ເຖິງຜົນງານດ້ານດີທີ່ຍາດມາໄດ້ ຊຶ່ງສະແດງອອກຄື ດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 7,92% ມູນຄ່າລວມຍອດຜະລິດ ຕະພັນພາຍໃນ ຫຼຶ GDP ບັນລຸ 3.896 ຕື້ກີບ ຫຼືປະມານ 440,25 ລ້ານໂດລາສະຫະລັດ, ລາຍໄດ້ ສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 1.352 ໂດລາສະຫະລັດ, ດ້ານ  ລາຍຮັບ, ລາຍຈ່າຍງົບປະມານ ແຫ່ງລັດ ສາມາດຈັດເກັບລາຍຮັບ ໄດ້ທັງຫມົດ 143.821 ລ້ານກີບ ລື່ນແຜນ 18,80%, ຄຸ້ມຄອງລາຍ ຈ່າຍໄດ້ 420.156 ລ້ານກີບ ເທົ່າກັບ 86,45%, ທົ່ວສັງຄົມມີການ ລົງທຶນທັງຫມົດ 1.925 ກວ່າຕື້ກີບ ລື່ນແຜນ 27,97%,ສ່ວນວຽກງານດ້ານອື່ນໆ ເຫັນວ່າມີບາດກ້າວຂະຫຍາຍຕົວເຊັນດຽວກັນ. ນອກນັ້ນຍັງໄດ້ຮັບຟັງທິດທາງແຜນການເຄື່ອນໄຫວຂອງວຽກງານແຜນການ, ການເງິນ ແລະວຽກງານສະຖິຕິຂອງແຂວງອຸດົມໄຊ ປະຈຳປີ 2020 ລວມທັງບາງເອກະສານທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2020 ນີ້ເປັນຕົ້ນແມ່ນມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2020, ຄຳສັ່ງ ແລະ ແຈ້ງການແນະນຳກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ແລະ ບົດແນະນຳການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດປີ 2020.

  ໂອກາດດັ່ງກ່າວຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນໃສ່ແຕ່ລະບັນຫາຂອງແຕ່ລະວຽກງານໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານແຜນການ ແລະວຽກງານການເງິນໃນປີຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າເພື່ອເຮັດໃຫ້ການເຄື່ອນໄຫວ ໃນປີ 2020 ນີ້ ມີຜົນສຳເລັດຕາມລະດັບຄາດຫມາຍພ້ອມທັງຮັບຟັງການຊີ້ແຈງຂອງຫົວໜ້າພະແນກທີ່ກ່ຽວຂ້ອງ.

 ຕອນທ້າຍກອງປະຊຸມທ່ານ ປອ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ໄດ້ມີຄໍາເຫັນພ້ອມທັງໂອ້ລົມຕໍ່ກອງປະຊຸມໂດຍເນັ້ນໜັກໃນບາງບັນຫາຄືຮຽກຮ້ອງໃຫ້ທຸກພາກ ສ່ວນຈົ່ງພ້ອມກັນສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ໄດ້ຮັບການຜົນສຳເລັດຕາມແຜນການທີ່ກຳນົດໄວ້ ແລະເຮັດໃຫ້ແຂວງອຸດົມໄຊ ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ.

___________

ຂຽນໂດຍຄານມະນີ ຮຽນດໍຈັນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ