5 ປີເສດຖະກິດເມືອງທົ່ງມີໄຊ ຂະຫຍາຍຕົວສະເລ່ຍ 8,84%

 ເມືອງທົ່ງມີໄຊ ຕັ້ງຢູ່ທາງພາກໃຕ້ຂອງແຂວງໄຊຍະບູລີ, ເປັນເມືອງພູດວຍກວມເອົາ 82%, ທົ່ງພຽງ 18%, ເຊິ່ງເປັນເງື່ອນໄຂອໍານວຍຄວາມສະດວກແກ່ການຜະ ລິດກະສິກໍາ ແລະລ້ຽງສັດເຊັ່ນ: ການລ້ຽງສັດປະເພດງົວ, ຄວາຍ, ໝູ ແລະປູກພືດເປັນສິນຄ້າປະເພດໝາກເດືອຍ, ສາລີ, ຖົ່ວດິນ, ມີດ່ານປະເພນີ 1 ແຫ່ງອັນສ້າງຄວາມສະດວກໃນການແລກ-ປ່ຽນ, ຊື້-ຂາຍ ສິນຄ້າຮ່ວມກັນ, ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 8,84%ຕໍ່ປີ.

  ທ່ານ ທອງຈັນ ສຸພົນສັກ ຮອງເຈົ້າເມືອງ ທົ່ງມີໄຊ, ຜູ້ຊີ້ນໍາວຽກງານເສດຖະກິດໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາເສດຖະກິດໂດຍລວມຂອງເມືອງມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 8,84% ຕໍ່ປີ, ລວມຍອດລາຍຮັບທັງໝົດບັນລຸ 163,90 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 17,13 ລ້ານກີບ ຫຼືເທົ່າກັບ 2.1 42 ໂດລາສະຫະລັດ, ທຽບໃສ່ປີ 2014 ເພີ່ມຂຶ້ນ 32,38%, ທຽບໃສ່ຄາດໝາຍປະຕິບັດໄດ້ 85,68%, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ ແລະທັນສະໄໝຊຶ່ງສະແດງອອກ: ດ້ານກະສິກໍາຂະຫຍາຍຕົວ 5,61%, ດ້ານອຸດສາຫະກໍາການຄ້າຂະຫຍາຍຕົວ 10,16% ແລະດ້ານການບໍລິການຂະຫຍາຍຕົວ 14,93%, ການເກັບລາຍຮັບເຂົ້າງົບປະມານເຫັນວ່າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.

ການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດບັນລຸ 7,62 ຕື້ກີບ,ມູນຄ່າການສົ່ງອອກສິນຄ້າບັນລຸ 40,94 ຕື້ກີບ ເພີ່ມ ຂຶ້ນ 6,6% ຕໍ່ປີໃນນີ້ສິນຄ້າກະສິກໍາກວມເອົາ 66,92%,ສັດລ້ຽງ 32% ແລະເຄື່ອງປ່າຂອງດົງ 0,44%,ມູນຄ່ານໍາເຂົ້າສິນຄ້າ 2,52 ຕື້ກີບ, ຫຼຸດລົງ 6,97% ຕໍ່ປີເປັນຕົ້ນແມ່ນວັດສະດຸກໍ່ສ້າງເຄື່ອງໃຊ້ໄຟຟ້າເຄື່ອງກົນຈັກຮັບໃຊ້ການຜະລິດ ແລະນໍ້າມັນເຊື້ອໄຟການຜະລິດດ້ານກະສິກໍາໄດ້ມີຫຼາຍປັດໄຈໃໝ່ເກີດຂຶ້ນ ແລະຂະ ຫຍາຍຕົວໄປຕາມທິດຫັນເປັນທັນສະໄໝເທື່ອລະກ້າວໂດຍການນຳໃຊ້ເຕັກນິກ-ວິທະຍາສາດໃໝ່,ນຳໃຊ້ກົນຈັກເຂົ້າໃນການຜະລິດຕິດພັນກັບການປຸງແຕ່ງຂັ້ນຕົ້ນ, ການຜະລິດ ເຂົ້າໄດ້ທັງໝົດ 5.477 ໂຕນ, ທຽບໃສ່ປີ 2014 ເພີ້ມຂຶ້ນ 52,3 ໂຕນ, ສະເລ່ຍໄດ້ຮັບເຂົ້າເປືອກ 430 ກິໂລຕໍ່ຄົນຕໍ່ປີ, ຜະລິດພືດອຸດ ສາຫະກໍາເປັນສິນຄ້າໄດ້ທັງໝົດ 2.356 ໂຕນ, ໄດ້ປັບປຸງ ແລະຂະ ຫຍາຍລະບົບຕາຂ່າຍໄຟຟ້າແຮງ ຕໍ່າເຂົ້າສູ່ບັນດາບ້ານຕ່າງໆ ເຮັດໃຫ້ປະຊາຊົນມີເງື່ອນໄຂໄດ້ຊົມໃຊ້ໄຟຟ້າຖາວອນກວມເອົາ 100% ຂອງຄອບຄົວທັງໝົດ, ຂຶ້ນທະບຽນອອກໃບຕາດິນໄດ້ 5.467 ຕອນ, ຕາໜ່າງໂທລະຄົມມະນາຄົມກໍ່ໄດ້ຮັບການປັບປຸງ ແລະຂະຫຍາຍຕົວຂຶ້ນ, ສາມາດບໍລິການສັນຍານອິນເຕີເນັດໄດ້ 100%, ທົ່ວເມືອງແມ່ນມີເສັ້ນທາງເຂົ້າເຖິງແຕ່ລະບ້ານ, ສາມາດເຊື່ອມຕໍ່ກັບພາຍໃນ ແລະຕ່າງປະເທດ, ມີເສັ້ນທາງປູຢາງ 43,56 ກິໂລແມັດ, ເສັ້ນທາງປູຫີນ 3,2 ກິໂລແມັດ, ທາງປູດິນແດງ 53,76 ກິໂລແມັດ.

  ທ່ານ ທອງຈັນ ສຸພົນສັກ ໃຫ້ຮູ້ຕື່ມວ່າ: ຮອດປີ 2024 ລວມຍອດມູນຄ່າຜົນຜະລິດພາຍໃນຈະໃຫ້ຂະຫຍາຍຕົວບໍ່ໃຫ້ຫຼຸດ 8,5% ຕໍ່ປີສູ້ຊົນເຮັດໃຫ້ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດທີ່ມີຄຸນ ນະພາບຍືນຍົງ ແລະສີຂຽວ, ເກັບ ລາຍຮັບເຂົ້າງົບປະມານໃຫ້ເພີ່ມ ຂຶ້ນ 5% ຕໍ່ປີ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 5%, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກຂະຫຍາຍຕົວສະເລ່ຍໃນແຕ່ລະປີບໍ່ໃຫ້ຫຼຸດ 5% ແລະຄຸ້ມຄອງມູນຄ່າການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 7%.

________________

ຂຽນໂດຍອຸ່ນເຮືອນ ໂພທິລັກ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ