ທ່າແຕງ ສອບເສັງຄັດເລືອກນັກຮຽນເກັ່ງທົ່ວເມືອງ

 ໃນວັນທີ 12 ກຸມພາ 2020 ຫ້ອງການສຶກສາທິການ ແລະກີລາເມືອງທ່າແຕງ ແຂວງເຊກອງໄດ້ຈັດຕັ້ງການສອບເສັງນັກຮຽນເກັ່ງຂັ້ນ ປ5, ມັດທະຍົມສຶກສາ ມ4 ແລະມ7 ໃນທົ່ວເມືອງທ່າແຕງ ຢູ່ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ ເພື່ອຄັດເລືອກເອົານັກຮຽນເກັ່ງທີ່ເປັນຕົວແທນຂອງເມືອງເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນ ເກັ່ງລະດັບແຂວງປະຈໍາສົກຮຽນ 2019-2020 ທີ່ຈະມີຂຶ້ນໃນມໍ່ໆນີ້ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດວງຈັນ ເທບບົວລະບັດກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງທ່າແຕງ, ມີຄະນະຊີ້ນໍາຫ້ອງການກ່ຽວຂ້ອງ, ໂຮງ ຮຽນ, ຄະນະຮັບຜິດຊອບການສອບເສັງ, ຄະນະກໍາມະການຍາມ ຫ້ອງເສັງພ້ອມດ້ວຍຄູນໍາພາ ແລະ ນັກຮຽນທີ່ເຂົ້າສອບເສັງໃນທົ່ວ ເມືອງທ່າແຕງເຂົ້າຮ່ວມ.

 ໃນພິທີສອບເສັງຄັ້ງນີ້ມີນັກຮຽນເກັ່ງຈາກໂຮງຮຽນພາກລັດ ທົ່ວເມືອງທ່າແຕງ ເຂົ້າຮ່ວມສອບເສັງຂັ້ນປະຖົມສຶກສາ ປ5 ມີຈໍານວນ 18 ຄົນ, ຍິງ 10 ຄົນ, ສອບເສັງໃນ 3 ວິຊາຄື: ວິຊາພາສາລາວ, ຄະນິດສາດ ແລະວິຊາໂລກ ອ້ອມຕົວເຮົາ, ສ່ວນຂັ້ນມັດທະຍົມສຶກສາຕອນຕົ້ນ ມ4 ມີນັກສອບເສັງທັງໝົດ 24 ຄົນ, ຍິງ 13, ສອບເສັງໃນ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະວິຊາຟິຊິກສາດ, ສ່ວນຂັ້ນມັດທະຍົມສຶກສາຕອນປາຍ ມ7 ມີນັກສອບເສັງທັງໝົດ 16 ຄົນ, ຍິງ 8 ຄົນ, ສອບເສັງໃນ 4 ວິຊາຄື: ວິຊາພາສາລາວ-ວັນ ນະຄະດີ, ຄະນິດສາດ, ເຄມີສາດ ແລະວິຊາຟິຊິກສາດ, ໂດຍໄດ້ຄັດ ເລືອກເອົານັກຮຽນເກັ່ງຂັ້ນປະຖົມສຶກສາ ປ5 ວິຊາລະ 1 ຄົນ, ລວມ ມີ 3 ຄົນ, ຂັ້ນມັດທະຍົມສຶກສາ ມ4 ແລະມ7 ວິຊາລະ 1 ຄົນ, ລວມມີ 8 ຄົນ, ລວມທັງໝົດ 11 ຄົນເພື່ອເປັນຕົວແທນຂອງເມືອງທ່າແຕງ ເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງໃນລະດັບແຂວງປະຈໍາສົກຮຽນ 2019-2020, ພາຍ ຫຼັງສໍາເລັດການຈັດຕັ້ງສອບເສັງ ແລ້ວກໍ່ໄດ້ມອບເງິນລາງວັນທີ 1 ໃຫ້ນັກຮຽນເກັ່ງຈໍານວນ 3 ແສນ ກີບ ແລະລາງວັນຊົມເຊີຍ 50 ພັນ ກີບໃຫ້ນ້ອງນັກຮຽນຕື່ມອີກ.

  ໂອກາດນີ້ທ່ານ ນາງ ດວງຈັນ ເທບບົວລະບັດ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງທ່າແຕງ ໄດ້ຮຽກຮ້ອງໃຫ້ນັກຮຽນທີ່ ສອບເສັງຄັດເລືອກໄດ້ໃນຄັ້ງນີ້ສືບຕໍ່ຄົ້ນຄວ້າບົດຮຽນຢ່າງຕໍ່ເນື່ອງເພື່ອ ທົດສອບຄວາມຮູ້ຄວາມສາມາດ, ຄວາມສະຫຼາດ ແລະທັກສະໃນການ ຮຽນ-ການສອນ, ການປຸກລະດົມ ຄູສອນໃຫ້ດີຂຶ້ນເລື້ອຍໆ ແລະໃຫ້ ເລືອກໄດ້ຄູສອນດີ, ນັກຮຽນດີ, ຮຽນເກັ່ງໃນລະດັບເມືອງເຂົ້າຮ່ວມການສອບເສັງໃນລະດັບແຂວງ ແລະລະດັບຊາດໃນແຕ່ລະໄລຍະ ດ້ວຍຄວາມຮັບຜິດຊອບສູງ.

-----

ໂດຍ: ພອນ ບຸນອຸທິດ