ນ້ອງນັກຮຽນເມືອງໄຊບົວທອງ ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

 ໃນຕົ້ນປີ 2020 ຫາວັນທີ 11 ກຸມພາ 2020 ພະນັກງານ-ການນຳ ແລະນ້ອງນັກຮຽນ 3 ໂຮງຮຽນ ມສ ຄື: ມສ ປ່າກ້ວຍ ໜອງບອນ, ມສ ນາພ້າວ ແລະ ມສ ນານ້ອຍ ພາຍໃນເມືອງໄຊບົວທອງ ສະໝັກໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ວິລິດ ພະສະຫວັດ ຮອງຫົວໜ້າອົງການກາແດງແຂວງຄໍາມ່ວນ, ທ່ານ ບຸນລໍ້າ ແຍງມິ່ງຂັວນ ຫົວໜ້າອົງການກາແດງເມືອງໄຊບົວທອງ ພ້ອມດ້ວຍຄະນະ,ມີບັນດາທ່ານການນໍາຂອງເມືອງ, ພະນັກງານຕາງໜ້າລາວໂທລະຄົມສາຂາແຂວງຄຳມ່ວນ ແລະຜູ້ອຳນວຍ ການໂຮງຮຽນພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

 ການເຄື່ອນໄຫວຮັບບໍລິຈາກ ເລືອດເພື່ອຊ່ວຍເຫຼືອສັງຄົມກໍ່ຄື ຊ່ວຍເຫຼືອຄົນເຈັບທີ່ຕ້ອງການເລືອດ ທີ່ນອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, ຄົນເຈັບຕ້ອງການເລືອດທີ່ເກີດຈາກອຸບັດຕິເຫດຕ່າງທີ່ເກີດຂຶ້ນຢູ່ຕາມທ້ອງຖະໜົນ ແລະອື່ນໆ, ເພາະວ່າເລືອດແມ່ນຕ້ອງໄດ້ຮັບການບໍລິຈາກ, ຈາກຄົນເຮົາເທົ່ານັ້ນໂດຍຜູ້ ທີ່ມີສຸຂະພາບເຂັ້ມແຂງໆແຮງ, ໄດ້ຕາມເກນມາດຕະຖານຕາມການ ແພດທີ່ວາງໄວ້ເທົ່ານັ້ນ, ອີກຢ່າງ ໜຶ່ງເລືອດຂອງຄົນເຮົານີ້ແມ່ນບໍມີ ໂຮງງານໃດທີ່ສາມາດຜະລິດໄດ້ສະນັ້ນຕ້ອງໄດ້ຮັບການສະໝັກໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມພ້ອມທັງເປັນການສ້າງບຸນກຸ ສົນອີກທາງໜຶ່ງມາເຖິງປະຈຸບັນນີ້ທົ່ວເມືອງໄຊບົວທອງ ມີຜູ້ສະໝັກໃຈບໍລິຈາກເລືອດແລ້ວເປັນຈຳນວນ 31 ຄົນ ໄດ້ເລືອດທັງໝົດ 31 ຖົງ, ທ່ານ ດຣ. ວິລິດ ພະສະຫວັດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ນຳບັນດາການນຳຂັ້ນຕ່າງໆ ທີ່ໃຫ້ ການບໍລິຈາກເລືອດພ້ອມດ້ວຍ ມອບເຄື່ອງບຳລຸງທີ່ມີຜົນປະໂຫຍດ ຕໍ່ຮ່າງກາຍຕື່ມອີກ.

----

ໂດຍ:  ທ. ພິລຸນໄຊ