ຄວາມຕ້ອງການໄຟຟ້າໃນອຸດສາຫະກຳຂອງຈີນ ອາດຈະຫຼຸດລົງຍ້ອນໂຮງງານຖືກປິດເປັນເວລາດົນ

  ສຳນັກຂ່າວສານຕ່າງປະເທດລາຍງານວ່າ ບໍລິສັດ IHS Markit ຜູ້ນຳດ້ານຂໍ້ມູນວິເຄາະທາງທຸລະກິດຄາດຄະເນວ່າ ຄວາມຕ້ອງການພະລັງງານໄຟຟ້າໃນຂະແໜງອຸດສາຫະກຳຂອງ ສປ ຈີນ ໃນປີ 2020 ອາດຈະຫຼຸດລົງເຖິງ 73 ຕື້ກິໂລວັດໂມງ ຫຼື 1,5% ຂອງ ການນຳໃຊ້ໄຟ ຟ້າໃນຂະແໜງອຸດສາຫະກຳທັງໝົດໃນ ສປ ຈີນ ຍ້ອນວ່າຫຼາຍໂຮງງານ ຍັງບໍ່ສາມາດແລ່ນເຄື່ອງຈັກ ເພື່ອຜະລິດສິນຄ້າໄດ້ຕາມກຳລັງການຜະລິດເຕັມຮູບແບບ ຫຼື ກຳລັງຢູ່ໃນຂັ້ນຕອນປິດໂຮງງານເນື່ອງຈາກການລະບາດຂອງເຊື້ອຈຸລະໂລກອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19.

ອີງຕາມບົດລາຍງານຂອງ IHS Markit ໃຫ້ຮູ້ວ່າ:ປີກາຍນີ້, 67% ຂອງການນຳໃຊ້ໄຟຟ້າຂອງ ສປ ຈີນ ໃນຂະແໜງອຸດສາຫະກຳໄດ້ຖືກນຳໃຊ້ໃນປະເທດ ໂດຍການໃຊ້ພະລັງງານທີ່ຫຼຸດລົງເທົ່າກັບປະລິມານຖ່ານຫີນ 30 ລ້ານໂຕນ ຫຼື ອາຍແກັສທຳມະຊາດ (LNG) ປະມານ 9 ລ້ານໂຕນ.

  ອີງຕາມຂໍ້ມູນຂອງ ICIS ໄດ້ລະບຸວ່າ ເຄື່ອງຈັກຫຍິບຜ້າຢູ່ໃນໂຮງ ງານຕຳແຜ່ນແພຂອງ ສປ ຈີນ ຜະລິດບໍ່ຮອດ 10% ຂອງກຳລັງການຜະລິດ ຊຶ່ງຖືວ່າເປັນອັດຕາການຜະລິດຕໍ່າທີ່ສຸດໃນຮອບ 5 ປີ ໃນຂະນະທີ່ ສປ ຈີນ ເປັນປະເທດທີ່ສົ່ງອອກແຜ່ນແພ ແລະເຄື່ອງນຸ່ງຫົ່ມທີ່ໃຫຍ່ທີ່ສຸດໃນໂລກ.

   ທາງການ ສປ ຈີນ ກຳລັງພະຍາຍາມຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ປະຊາຊົນຈີນເສຍຊີວິດຫຼາຍກວ່າ 1,600 ຄົນ ແລະມີຜູ້ຕິດເຊື້ອຫຼາຍກວ່າ 68,000 ຄົນ (ລາຍງານຕົວເລກໃນວັນທີ 16 ກຸມພາ) ໂດຍໜຶ່ງໃນມາດຕະການຂອງລັດຖະບານໃຊ້ຄືການຂະຫຍາຍວັນພັກຍາວໃນໄລຍະປີໃໝ່ຈີນ ຫຼື ໃຫ້ພະນັກງານເຮັດວຽກຢູ່ເຮືອນ,ນອກຈາກນັ້ນໂຮງງານຫຼາຍແຫ່ງຍັງຂະຫຍາຍເວລາປິດການເຮັດວຽກ ເພື່ອປ້ອງກັນບໍ່ໃຫ້ພະນັກງານຕິດເຊື້ອໄວຣັດກັບໄປເຮັດວຽກ.

   ທ່ານ ໂຈຊີໂຈ ນັກວິເຄາະຈາກ IHS Markit ກ່າວວ່າ ຖ້າເກີດກໍລະນີທີ່ບໍ່ດີເກີດຂຶ້ນທີ່ພະຍາດໂຄວິດ-19 ລະບາດໜັກໄດ້ແຜ່ລາມໄປຮອດ ເດືອນມີນາອາດຈະເຮັດໃຫ້ເສດຖະກິດ ສປ ຈີນ ຊ້າລົງເຫຼືອມາເປັນ 4,2% ໃນປີ 2020, ຈາກແຕ່ກ່ອນທີ່ໄດ້ຄາດການວ່າຈະຂະຫຍາຍຕົວໃນອັດຕາ 5,8% ໃນຂະນະທີ່ການນຳໃຊ້ໄຟຟ້າຈະເພີ່ມຂຶ້ນພຽງ 3,1% ຫຼຸດລົງ ຈາກຕົວເລກການຄາດຄະເນເບື້ອງຕົ້ນ 4,1%.