ເສຍຫາຍສຸດໃນຮອບ 10 ປີ ເສດຖະກິດມາເລເຊຍ ກຽມຮັບມືກັບໄວຣັດຄຸກຄາມ

 ຈາກການເປີດເຜີຍຂອງທະນາຄານກາງມາເລເຊຍເສດຖະກິດຂອງປະເທດມາເລເຊຍໃນໄຕມາດສຸດທ້າຍຂອງປີຜ່ານມາໄດ້ຕົກຕໍ່າລົງທີ່ສຸດໃນຮອບ 10 ປີ ແຕ່ວ່າ ນີ້ຍັງບໍ່ແມ່ນສະຖານະການທີ່ຮ້າຍແຮງທີ່ສຸດເນື່ອງຈາກວ່າການລະບາດຂອງເຊື້ອໄວຣັດໂຄວິດ-19 ກຳລັງຄຸກຄາມຕໍ່ເສດຖະກິດໜັກໜ່ວງເພີ່ມຂຶ້ນໃນປີນີ້.

  ການເຕີບໂຕທາງເສດຖະກິດຂອງປະເທດມາເລເຊຍ ຊ້າລົງໃນລະດັບຕໍ່າທີ່ສຸດໃນຮອບ 10 ປີ ໃນໄລຍະໄຕມາດທີ 4 ຂອງປີ 2019 ການ ເຕີບໂຕຂອງເສດຖະກິດຊ້າລົງເຖິງ 3,6% ຊຶ່ງເປັນລະດັບຕໍ່າສຸດນັບຕັ້ງ ແຕ່ທ້າຍປີ 2009 ຊຶ່ງເປັນຊ່ວງວິກິດການການເງິນໂລກແມ່ນຮຸນແຮງທີ່ສຸດ.

  ທະນາຄານກາງຂອງປະເທດ ຫຼື Bank Negara ຍັງໄດ້ລາຍງານ ວ່າອັດຕາການເຕີບໂຕປະຈໍາປີຂອງ GDP ຫຼຸດລົງເຖິງ 4,3% ໃນປີ 2019 ຊຶ່ງເປັນລະດັບຕໍ່າສຸດໃນໜຶ່ງທົດສະວັດ.

  ທ່ານ Norshasah Mohad Yunus ຜູ້ວ່າການທະນາຄານ Negara ກ່າວວ່າ ການເຕີບໂຕໃນໄຕມາດທຳອິດຂອງປີ 2020 ຈະໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັດໂຄວິດ-19 ໂດຍຂຶ້ນກັບໄລຍະເວລາ ແລະການແຜ່ລະບາດຂອງພະຍາດດັ່ງກ່າວ ລວມທັງການຕອບໂຕ້ທີ່ສຳຄັນຂອງເຈົ້າໜ້າທີ່.

 ປະເທດມາເລເຊຍ ຈະປະກາດມາດຕະການກະຕຸ້ນເສດຖະກິດໃນວັນທີ 27 ເດືອນກຸມພາ ເພື່ອຫຼຸດຜ່ອນຜົນກະທົບທາງເສດຖະກິດຈາກ ການລະບາດຂອງໄວຣັດໂຄວິດ-19, ທ່ານ Lim Kuan Eng ລັດຖະມົນຕີກະຊວງການເງິນກ່າວວ່າ ຈະໃຫ້ການຊ່ວຍເຫຼືອຂະແໜງການທີ່ໄດ້ຮັບຜົນກະທົບລັດຖະບານກ່າວໃນວັນອັງຄານວ່າ ມາດຕະການກະຕຸ້ນເສດຖະກິດຈະຖືກຈັດສັນໃຫ້ແກ່ອຸດສາຫະກຳການບິນ, ຂາຍຍ່ອຍ ແລະອຸດສາຫະກຳການທ່ອງທ່ຽວ.