ເສດຖະກິດເມືອງລະມາມ ຂະຫຍາຍຕົວຢ່າງຕໍ່ເນື່ອງ

   ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງລະມາມລາຍງານໃຫ້ຮູ້ວ່າ: ໃນຊຸມປີຜ່ານມາອົງຄະນະພັກເມືອງຂອງພວກເຮົາໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ການຊີ້ນໍາໆພາການພັດ ທະນາເສດຖະກິດ-ສັງຄົມ ຂອງເມືອງໃຫ້ມີກາຍຂະຫຍາຍຕົວຢ່າງຕໍ່ເນື່ອງ, ທຽບໃສ່ປີ 2014 ເຫັນວ່າການຂະຫຍາຍຕົວຂອງ GDP ຫຼຸດລົງເນື່ອງຈາກວ່າກິດຈະກຳຂະໜາດໃຫຍ່ບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາບວກກັບພວກເຮົາໄດ້ມີການດັດແກ້ຖານລາຍຮັບຄືນໃໝ່ເພື່ອໃຫ້ສອດຄ່ອງກັບທ່າແຮງຕົວຈິງຂອງເມືອງສະ ເລ່ຍແລ້ວໂຄງປະກອບເສດຖະກິດຂອງເມືອງມີການຫັນປ່ຽນຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝເທື່ອລະກ້າວ, ລວມຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນ 7,10%, ຊຶ່ງສາມາດສ້າງມູນຄ່າໃນລາຄາປະຈຸບັນໄດ້ 629,37 ຕື້ກີບ, ທຽບໃສ່ປີ 2014 ເພີ່ມຂຶ້ນ 1,84 ເທົ່າ, ລາຍໄດ້ສະເລ່ຍ 16,31 ລ້ານກີບ ຫຼື ເທົ່າກັບ 2.038 ໂດລາຕໍ່ຄົນຕໍ່ປີ.

  ຈາກການເຕີບໂຕຂອງເສດຖະກິດມະຫາພາກ, ຂົງເຂດທີ່ມີບົດບາດເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງແມ່ນຂົງເຂດບໍລິການກວມເອົາ 50,26% ຂອງ GO, ໃນນັ້ນວຽກກໍ່ສ້າງພື້ນຖານໂຄງລ່າງມີບົດບາດສໍາຄັນກວ່າໝູ່ຮອງລົງມາແມ່ນຂົງເຂດກະສິກໍາກວມເອົາ 37,10% ຂອງ GO ຊຶ່ງພົ້ນເດັ່ນກວ່າໝູ່ແມ່ນລ້ຽງສັດໃຫຍ່, ນອກຈາກນີ້ແມ່ນເຂົ້າ, ພືດສະບຽງອາຫານ, ພືດອຸດສາຫະກໍາ, ສາມາດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 22,15 ຕື້ກີບ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 96% ທຽບໃສ່ປີ 2014 ເພີ່ມຂຶ້ນ 12,47 ຕື້ກີບ, ການຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າໄດ້ຮັບການເອົາໃຈໃສ່ເພື່ອສ້າງຂີດຄວາມສາມາດໃນການແຂ່ງ ຂັນ, ພ້ອມທັງຮັບປະກັນຄວາມຍືນຍົງ, ຫັນປ່ຽນຮູບແບບການຜະລິດທີ່ຂຶ້ນກັບທໍາມະຊາດໄປສູ່ການຜະລິດເປັນສິນຄ້າຕາມກົນໄກຕະຫຼາດດ້ວຍການສົ່ງເສີມການປູກ-ການລ້ຽງ ແລະການຂະຫຍາຍເນື້ອທີ່ທໍາການຜະລິດຄົງທີ່ຢ່າງກວ້າງຂວາງແນໃສ່ຍົກສູງສະມັດຕະພາບການຜະລິດໃຫ້ເພີ່ມຂຶ້ນໃນແຕ່ລະປີ, ປະຈຸບັນສາມາດສ້າງບ້ານຕົວແບບດ້ານກະສິກໍາໄດ້ 12 ບ້ານ.

 ຄຽງຄູ່ກັນນັ້ນກໍໄດ້ດໍາເນີນນະໂຍບາຍສົ່ງເສີມກໍາລັງແຮງຂອງບັນດາພາກສ່ວນເສດຖະກິດຢ່າງແຂງແຮງ, ທົ່ວເມືອງມີໂຮງງານອຸດສາຫະກໍາປຸງແຕ່ງ 93 ແຫ່ງ,ພ້ອມ ກັນນີ້ກໍໄດ້ສົ່ງເສີມອຸດສາຫະກໍາຈັກສານ, ຕໍ່າແຜ່ນແພ, ແກະສະຫຼັກໄມ້ ແລະອຸດສາຫະກໍາເບົາຢ່າງຕໍ່ເນື່ອງ, ມີຫົວໜ່ວຍຫັດຖະກໍາທັງໝົດ 143 ຄອບຄົວ, ອັນ ທີ່ພົ້ນເດັ່ນການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໄດ້ຮັບການຢັ້ງຢືນຮັບຮອງກາໝາຍໂອດັອບ (ODOP) 1 ຫົວໜ່ວຍທຽບໃສ່ 5 ປີ ຜ່ານມາເຫັນວ່າມີການຂະ ຫຍາຍຕົວດີຂຶ້ນ, ການຊົມໃຊ້ໄຟຟ້າ ຂອງປະຊາຊົນໃນເຂດຕົວເມືອງ ແລະຊົນນະບົດກວມເອົາ 86,90%, ດ້ານຄົມມະນາຄົມໄດ້ຂະຫຍາຍຕົວອອກສູ່ຊົນນະບົດ ແລະເຂດຫ່າງໄກສອກຫຼີກ, ສາມາດເຂົ້າເຖິງໄດ້ທຸກບ້ານຂອງເມືອງ, ເຮັດໃຫ້ການຂົນສົ່ງສິນຄ້າ ແລະໂດຍສານໄດ້ເພີ່ມຂຶ້ນໃນແຕ່ລະປີ, ລະບົບໂທລະຄົມມະນາຄົມ ແລະການສື່ສານໄດ້ຂະຫຍາຍຕົວຢ່າງວ່ອງໄວຕາມທິດທັນສະໄໝ.

 ນອກນີ້ມີຫຼາຍບ້ານໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະໄດ້ກາຍເປັນບ້ານພັດທະນາ, ອັດຕາຄວາມທຸກຍາກໄດ້ຫຼຸດລົງເທື່ອລະກ້າວ,ມາຮອດປະຈຸບັນບ້ານທຸກຍາກຍັງເຫຼືອ 4 ບ້ານມີບ້ານໃຫຍ່ຈໍານວນໜຶ່ງໄດ້ກາຍເປັນໃຈກາງທາງດ້ານການພັດທະນາເສດຖະກິດ-ສັງຄົມ ຊຶ່ງເປັນໜໍ່ແໜງໃໝ່ໃນການເອື້ອອໍານວຍໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າຢູ່ເຂດຊົນນະບົດຢ່າງທົ່ວເຖິງ ແລະເປັນຂະບວນກວ້າງຂວາງ.

_____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ