ທິບພອນໄຊ ມອບເຄື່ອງກີລາໃຫ້ທີມເຟກບອຍ

  ບໍລິສັດ ທິບພອນໄຊພັດທະນາກໍ່ສ້າງ ຈໍາກັດ ແລະຮ້ານບີຟາດ ອໍໂຕ່ເຊີວິກບໍລິການສ້ອມແປງລົດຄົບວົງຈອນ (B -fast Auto Service) ໄດ້ໃຫ້ການສະໜັບສະໜູນເຄື່ອງກີລາແກ່ທີມເຟກບອຍເອັບຊີຈຳນວນ 30 ຊຸດເພື່ອເປັນການຊຸກຍູ້ໃນການເຄື່ອນໄຫວສ້າງຂະບວນການກີລາເຕະບານເພື່ອຄວາມສາມັກຄີຮັກແພງສະຫຼອງວັນສຳຄັນຕ່າງໆຂອງຊາດໂດຍສະເພາະວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 64 ປີ (1 ກຸມພາ 1956-1 ກຸມພາ 2020) ແລະ ຄຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ  (22 ມີນາ 1955- 22 ມີນາ 2020).

  ພິທີມອບ-ຮັບເຄື່ອງກີລາດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 13 ກຸມພາ ຜ່ານມາທີ່ສະໜາມກີລາເຕະບານຫຍ້າທຽມສີໄທ ເອັບຊີ ບ້ານພະຂາວ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ, ໂດຍໃຫ້ກຽດມອບຂອງທ່ານ ໄຊສະຫວາດ ວົງພອນໄຊ ປະທານບໍລິສັດທິບພອນໄຊ ພັດທະນາກໍ່ສ້າງຈໍາກັດ, ທ່ານ ບຸນຄໍ້າ ສີວິໄລ ເຈົ້າຂອງກິດຈະການ ຮ້ານບີຟາດອໍໂຕ່ເຊີວິກບໍລິການສ້ອມແປງລົດຄົບວົງຈອນ (B-fast Auto Service) ແລະຕາງໜ້າຮັບຂອງທ່ານ ດາວວອນ ຊອບອຳໄພ ຫົວໜ້າທີມເຟກບອຍເອັບຊີ, ມີບັນດາອ້າຍນ້ອງສະມາຊິກພາຍໃນທີມເຂົ້າຮ່ວມເປັນສັກຂີພິຍານ.

 ໂອກາດດັ່ງກ່າວ, ທ່ານ ໄຊສະຫວາດ ວົງພອນໄຊ ໄດ້ກ່າວວ່າ: ການນຳເອົາເຄື່ອງກີລາຈຳນວນ 30 ຊຸດ ມາມອບໃຫ້ທີມເຟກບອຍເອັບຊີໃນຄັ້ງນີ້, ກໍເພື່ອເປັນການຊຸກ ຍູ້ໃນການສ້າງຂະບວນການ ເຄື່ອນໄຫວກີລາເຕະບານເພື່ອຄວາມສາມັກຄີຮັກແພງ, ສົ່ງເສີມໃຫ້ອ້າຍ ນ້ອງນັກກີລາມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະຈິດໃຈສາມາດປະຕິບັດວຽກງານທີ່ຕົນໄດ້ຮັບມອບໝາຍໄດ້ຢ່າງມີປະສິດທິພາບ,ປະສິດທິຜົນ ແລະສຳເລັດຕາມເປົ້າໝາຍ,ພ້ອມດຽວກັນນັ້ນ, ຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 64 ປີ (1 ກຸມພາ 1956-1 ກຸມພາ 2020) ແລະ ຄຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ (22 ມີນາ 1955-22 ມີນາ 2020).

 ຂະນະດຽວກັນ, ທ່ານ ດາວວອນ ຊອບອຳໄພ ໄດ້ຕາງໜ້າທີມ ເຟກບອຍ ເອັບຊີ ກ່າວສະແດງ ຄວາມຂອບໃຈ ແລະຮູ້ບຸນຄຸນເປັນຢ່າງຍິ່ງທີ່ທາງທ່ານ ໄຊສະຫວາດ ວົງພອນໄຊ ກໍຄືບໍລິສັດທິບພອນໄຊ ພັດທະນາກໍ່ສ້າງຈໍາກັດພ້ອມດ້ວຍ ທ່ານ ບຸນຄໍ້າ ສີວິໄລ ກໍຄືຮ້ານບີຟາດ ອໍໂຕ່ເຊີວິກ ບໍລິການສ້ອມແປງລົດຄົບວົງຈອນ (B-fast Auto Service) ເຫັນ ໄດ້ເຖິງຄວາມສຳຄັນໃນການສ້າງຂະບວນການກີລາເພື່ອສຸຂະພາບ ແລະຄວາມສາມັກຄີຂອງອ້າຍນ້ອງນັກກີລາ ແລະຫວັງວ່າໃນອະນາຄົດຈະໄດ້ຮັບການສະໜັບສະໜູນຕື່ມອີກ.

  ສຳລັບບໍລິສັດທິບພອນໄຊພັດທະນາກໍ່ສ້າງຈໍາກັດເປັນບໍລິສັດຮັບເໝົາກໍ່ສ້າງຂົວທາງ-ເຄຫາສະຖານ, ອະສັງຫາລິມະຊັບ ແລະ ກະສິກໍາທ່ອງທ່ຽວສະຖານທີ່ຕັ້ງຢູ່ບ້ານ ຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນໂທ: 02099993 565,02054789165, ສ່ວນຮ້ານບີຟາດ ອໍໂຕ່ເຊີວິກບໍລິການສ້ອມແປງລົດຄົບວົງຈອນ (B-fast Auto Service) ຕັ້ງຢູ່ບ້ານ ໂນນແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂທ: 030 59 52345.

________________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ