ເມືອງໜອງບົກ ສະຫຼຸບຜົນການສອບເສັງນັກຮຽນເກັ່ງ

 ໃນວັນທີ 13 ກຸມພາຜ່ານມາທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະກີລາເມືອງໜອງບົກ ໄດ້ຈັດກອງປະຊຸມສະຫຼຸບຜົນການສອບເສັງນັກຮຽນເກັ່ງຂັ້ນ ປ5, ມ4 ແລະ ມ7 ຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງທ່ານ ບຸນທາ ລັດຖາວອນ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໜອງບົກ ມີບັນດາທ່ານອຳ ນວຍການ, ຮອງອຳນວຍການໂຮງຮຽນພະນັກງານຄູ-ອາຈານພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

  ເພື່ອເປັນການຜັນຂະຫຍາຍແຜນພັດທະນາການສຶກສາແຫ່ງຊາດໃຫ້ໄປຕາມ 3 ລັກສະນະ 5 ຫຼັກມູນພ້ອມທັງເປັນການສົ່ງເສີມໃຫ້ນັກຮຽນທີ່ມີພອນສະຫວັນໄດ້ ມີໂອກາດນຳໃຊ້ຄວາມຮູ້ຂອງຕົນໃນການສະແດງອອກ ແລະເພື່ອເປັນການຄັດເລືອກເອົາຕົວແທນຂອງເມືອງເຂົ້າຮ່ວມໃນການແຂ່ງຂັນລະດັບຕ່າງໆ ພາຍໃນປະເທດທີ່ປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບໃນຜົນການສອບເສັງນັກຮຽນເກັ່ງຂັ້ນ ປ5, ມ4 ແລະ ມ7 ໃນສົກຮຽນ 2019-2020 ຊຶ່ງໃນທົ່ວເມືອງໜອງບົກມີໂຮງຮຽນສາມັນສຶກສາທັງໝົດ 59 ແຫ່ງ,ມີນັກຮຽນ 7522 ຄົນ,ຍິງ 3736 ຄົນ ໃນນັ້ນມີໂຮງຮຽນປະຖົມສົມບູນ 35 ແຫ່ງ,ມູນລະປະຖົມ 13 ແຫ່ງ,ມີນັກຮຽນ 3884 ຄົນ, ຍິງ 1898 ຄົນ ແລະ ໂຮຽຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ມັດທະຍົມຕອນປາຍ 1 ແຫ່ງ, ມີນັກຮຽນ 3.641 ຄົນ, ຍິງ 1.838 ຄົນ ແລະໃນການສອບ ເສັງນັກຮຽນເກັ່ງຄັ້ງນີ້ມີຈຳນວນນັກສອບເສັງທັງໝົດ 110 ນ້ອງ, ຍິງ 79 ນ້ອງ, ຊັ້ນ ປ5 ມີຈຳນວນນັກສອບເສັງ 30 ຄົນ, ຍິງ 20 ຄົນ, ສອບໄດ້ຄະແນນຄາດ ໝາຍ 6 ຄົນ, ຍິງ 4 ຄົນ, ຄະແນນຫຼຸດຄາດໝາຍ 24 ຄົນ, ຍິງ 17 ຄົນ, ໄດ້ມີການຄັດເລືອກມາຈາກ 20 ໂຮຽຮຽນໃນແຕ່ລະກຸ່ມ ໃນທົ່ວເມືອງ, ຊັ້ນ ມ4 ແລະ ມ7 ມີຈໍານວນນັກສອບເສັງ 80 ຄົນ,ຍິງ 59 ຄົນ,ສອບໄດ້ຄະແນນຄາດໝາຍໄດ້ 33 ຄົນ, ຍິງ 26 ຄົນ, ໄດ້ຄະແນນ 7 ຂຶ້ນໄປ 12 ຄົນ, ຍິງ 9 ຄົນ, ໄດ້ຄະແນນຫຼຸດຄາດໝາຍ 47 ຄົນ,ຍິງ 38 ຄົນ, ຊຶ່ງໄດ້ມີການຄັດເລືອກມາຈາກໂຮງຮຽນມັດທະຍົມທຸກແຫ່ງໃນທົ່ວເມືອງ,ໃນນັ້ນຂັ້ນ ປ5 ມີ 3 ວິຊາ: ວິຊາພາສາລາວ, ຄະນິດ ສາດ ແລະ ວິຊາໂລກອ້ອມຕົວ, ຂັ້ນ ມ4 ແລະ ມ7 ມີ 5 ວິຊາທີ່ສອບເສັງ: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຟິຊິກສາດ ແລະ ວິຊາອັງກິດ, ໃນການສອບເສັງນັກຮຽນເກັ່ງໃນເທື່ອນີ້ກໍ່ເພື່ອຄັດເລືອກເປັນຕົວແທນຂອງເມືອງໄປເສັງລະດັບແຂວງ, ສໍາລັບຂັ້ນ ປ5 ຄັດເລືອກເອົາ 3 ນ້ອງ, ຂັ້ນ ມ4 ແລະ ມ7 ຄັດ ເລືອກເອົາ 9 ນ້ອງ.

  ໃນພິທີດັ່ງກ່າວທ່ານປະທານກອງປະຊຸມໄດ້ມີການໂອ້ລົມພ້ອມທັງມີການມອບໃບຢັ້ງຢືນຂອງຂວັນພ້ອມດ້ວຍເງິນລາງວັນໃຫ້ແກ່ນັກຮຽນແຕ່ລະນ້ອງທີ່ມີຄວາມຮູ້ຄວາມສາມາດໃນຜົນງານການຈັດຕັ້ງປະຕິບັດໃນການສອບເສັງໃນຄັ້ງນີ້ດ້ວຍ.

______________

ຂຽນໂດຍ: ສົມສະໄຫວ ເພັດວິຫານ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ