ໄວຣັດໂຄໂຣນາ ລາມບໍ່ຢຸດກະທົບລາຄາຢາງຕະຫຼາດລ່ວງໜ້າ

 ໄວຣັດໂຄໂຣນາສາຍພັນໃໝ່ໂຄວິດ-19 ລາມບໍ່ຢຸດກະທົບລາຄາຢາງຕະຫຼາດລ່ວງໜ້າຂະນະທີ່ຮຸນໄດມໍເຕີຂອງ ສ.ເກົາຫຼີ ຕັດສິນໃຈລະງັບການຜະລິດທີ່ໂຮງງານທັງ 3 ແຫ່ງ ໃນ ສປ ຈີນ ຕັ້ງແຕ່ວັນທີ 4 ກຸມພາເພາະໂຮງງານຜະລິດຊິ້ນສ່ວນລົດໃນ ສປ ຈີນ ຍຸຕິການຜະລິດ.

   ລາຄາຢາງແຜ່ນໃນຕະຫຼາດໂລກຜັນຜວນໜັກໃນຊ່ວງທີ່ເກີດການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໃນເມືອງອູຮັ້ນມົນທົນຫູເປີ່ຍຂອງ ສປ ຈີນ ເນື່ອງຈາກນັກລົງທຶນວິຕົກກັງວົນວ່າການແຜ່ລະບາດຂອງໄວຣັດຊະນິດນີ້ຈະບັນທອນການເຕີບໂຕຂອງເສດຖະກິດຈີນທີ່ມີຂະໜາດໃຫຍ່ສຸດເປັນອັນດັບ 2 ຂອງໂລກຮອງຈາກອາເມລິກາທັງຍັງວິຕົກວ່າການແຜ່ລະບາດຂອງໄວຣັດໂຄໂຣນາຈະສົ່ງຜົນກະທົບໂດຍກົງຕໍ່ການຜະລິດຢາງຕີນລົດ ແລະຜະລິດຕະພັນດ້ານອຸດສາຫະກຳປະເພດຕ່າງໆທີ່ໃຊ້ຢາງເປັນສ່ວນປະກອບ.

  ລາຄາຢາງຮົມຄວັນ (ອາຣເອສເອສ) ຊື້ຂາຍທີ່ຕະຫຼາດໂພຄະພັນລ່ວງໜ້າໂຕກຽວ (ໂທຄອມ)ຫຼຸດລົງເຫຼືອກິໂລກຣາມລະ 173 ເຢນເມື່ອວັນທີ 3 ກຸມພາທີ່ຜ່ານມາຖືເປັນການປັບຕົວລົງຫຼາຍທີ່ສຸດໃນຮອບ 3 ເດືອນ ຫຼືຕັ້ງແຕ່ຕົ້ນເດືອນພະຈິກປີ 2019 ແລະ ຫຼຸດລົງ 34,8 ເຢນ ຫຼື 17% ຈາກທີ່ເພີ່ມຂຶ້ນເຖິງລະດັບສູງສຸດເປັນປະວັດການເມື່ອວັນທີ 14 ມັງກອນລາຄາຢາງແຜ່ນແມ່ນເປັນແບບດຽວກັນກັບສິນຄ້າໂພຄະພັນອື່ນໆ ໃນຕະຫຼາດໂລກເຊັ່ນ: ນໍ້າມັນ ແລະ ໂລຫະນອກກຸ່ມເຫຼັກທີ່ປັບຕົວລົງຫຼາຍເພາະການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໂດຍຈີນເປັນປະເທດທີ່ມີຊັດສ່ວນໃນການບໍລິໂພກຢ່າງແຜ່ຫຼາຍເຖິງ 40% ຂອງປະລິມານການບໍລິໂພກຢາງທົ່ວໂລກສ່ວນໃຫຍ່ນຳໄປຜະລິດເປັນຢາງຕີນລົດ.

--------------

ໜັງສືພິມເສດຖະກິດ-ສັງຄົມ