ພາຍຸເດນນິສ ຖະຫຼົ່ມອັງກິດ ແລະຝຣັ່ງ

ສຳນັກຂ່າວຕ່າງປະເທດລາຍງານ (18 ກຸມພາ) ຄວາມຄືບໜ້າຂອງພາຍຸເດນນິສ (Den nis) ໄດ້ພັດເຂົ້າເຂດເກາະອັງກິດໂດຍກົມອຸຕຸນິຍົມອັງກິດໄດ້ປະກາດເຕືອນໄພສີແດງທີ່ບໍ່ໄດ້ເກີດຂຶ້ນເລື້ອຍໆ ໃນເຂດພາກໃຕ້ຂອງ Wales, ພ້ອມຄາດການເຕືອນໄພນໍ້າຖ້ວມ 594 ແຫ່ງ ຈາກແມ່ນໍ້າ Tweed ໃນສະກ໋ອດແລນໄປຮອດເມືອງຄອນວໍ. ໃນຂະນະທີ່ກົມຕຳຫຼວດລະບຸວ່າພົບຜູ້ເສຍຊີວິດ 1 ຄົນ ຢູ່ໃນ Wales ຫຼັງຈາກໄດ້ຕົກລົງໃນແມ່ນໍ້າ.

  ນອກຈາກນີ້, ຝຣັ່ງຍັງໄດ້ຮັບຜົນກະທົບຈາກພາຍຸເດນນິສໂດຍສະເພາະໃນເມືອງບຣິດຕານີທາງທິດຕາເວັນຕົກສຽງເໜືອມີປະຊາຊົນປະມານ 60.000 ຄົນບໍ່ມີໄຟ ຟ້າໃຊ້ທັງທາງລົດໄຟຖືກຕັດຂາດທາງການປະກາດເຕືອນໄພສີສົ້ມຢ່າງເປັນທາງການ.

 ໃນມື້ດຽວກັນ, ລັດຖະບານອັງກິດກໍເປີດເຜີຍວ່າກຽມໃຊ້ງົບປະມານ 1.200 ລ້ານປອນໂດຍມີໂຄງການທີ່ເອີ້ນວ່າເປັນສຸດຍອດຄອມພິວເຕີທີ່ມີພະລັງຫຼາຍທີ່ສຸດໃນໂລກສຳລັບການພະຍາກອນສະພາບອາກາດໃຫ້ຖືກຕ້ອງຫຼາຍກວ່າເກົ່າທັງເປັນການຄາດຄະເນປ້ອງກັນບໍ່ໃຫ້ເກີດນໍ້າຖ້ວມ ແລະ ຄາດຄະເນການພາວະໂລກຮ້ອນຫຼັງຈາກ ຄອມພິວເຕີທີ່ກຳລັງໃຊ້ຢູ່ມີກຳນົດຕົກລຸ້ນໃນທ້າຍປີ 2022 ນີ້.

----------------

ໜັງສືພິມເສດຖະກິດ-ສັງຄົມ