ຄົ້ນພົບທ່າແຮງຂອງວັດຖຸທີ່ໂຄຈອນໃກ້ໂລກ

  ເມື່ອບໍ່ດົນມານີ້, ນັກດາລາສາດ 3 ຄົນຈາກມະຫາວິທະຍາໄລໄລເດນໃນປະເທດໂຮນລັງລາຍງານໃນວາລະສານດາລາສາດ ແລະຟີຊິກສາດວ່າບາງດາວເຄາະນ້ອຍທີ່ຖືວ່າບໍ່ເປັນອັນຕະລາຍໃນເວລານີ້, ບາງດາວເຄາະອາດຈະມຸ່ງໜ້າສູ່ໂລກໄດ້ໃນອະນາຄົດຫຼັງຈາກທີ່ທີມງານໄດ້ໃຊ້ເຄືອຂ່າຍປະສາດທຽມ (Artificial neutral network) ເພື່ອຊ່ວຍໃນການຄົ້ນຄວ້າ.

   ທີມງານໄດ້ເປີດເຜີຍວ່າການນຳໃຊ້ສຸດຍອດຄອມພິວເຕີ້ເພື່ອສົມທົບວົງໂຄຈອນຂອງດວງຕາເວັນ ແລະດາວເຄາະບໍລິວານກ້າວໄປຂ້າງໜ້າໃນອະນາຄົດພາຍໃນເວລາ 10.000 ປີ, ຫຼັງຈາກນັ້ນມັນກໍຕິດຕາມວົງໂຄຈອນກັບຄືນສູ່ເວລາກັບການປ່ອຍດາວເຄາະນ້ອຍອອກຈາກພື້ນໂລກ,ໃນລະຫວ່າງການຄິດໄລ່ຄືນຫຼັງນັ້ນທີມງານໄດ້ລວມເອົາດາວເຄາະນ້ອຍເພື່ອເປັນຕົວແບບຈຳລອງໃນການສຶກສາແຈກຢາຍວົງໂຄຈອນຂອງພວກມັນ,ວິທີການນີ້ຍັງສະໜອງຖານຂໍ້ມູນຂອງດາວເຄາະນ້ອຍທີ່ມີຮູບແບບຈຳ ລອງທີ່ຈະເຮັດໃຫ້ນັກດາລາສາດຮູ້ເວລາທີ່ພວກມັນຈະຕົກລົງສູ່ພື້ນໂລກໄດ້ໃນເວລາໃດ.

 ວິທີການດັ່ງກ່າວເອີ້ນວ່າ Hazardous Object Identifier (HOI) ຊ່ວຍໃຫ້ນັກດາລາສາດ ສາມາດສ້າງສາງຂໍ້ມູນຂອງດາວເຄາະນ້ອຍທີ່ໂຄຈອນຢູ່ໃນໂລກ, ສາງຂໍ້ມູນນີ້ຈະເປັນເຄື່ອງມືການຝຶກອົບຮົມສຳລັບເຄືອຂ່າຍປະສາດທຽມ, ຊຶ່ງ HOI ສາມາດຮັບຮູ້ວັດຖຸຕ່າງໆທີ່ຢູ່ໃກ້ໂລກ ແລະກຳນົດຈຳນວນຂອງວັດຖຸອັນຕະລາຍທີ່ບໍ່ໄດ້ຖືກຈັດປະເພດໄວ້ກ່ອນ, ນັກດາລາ ສາດຫວັງວ່າໃນອະນາຄົດເຄືອຂ່າຍທາງປະສາດທຽມຈະຖືກນຳໃຊ້ເພື່ອກວດຫາໄພອັນຕະລາຍທີ່ອາດເກີດຂື້ນເພາະວ່າວິທີການນັ້ນໄວກວ່າວິທີການແບບດັ້ງເດີມທີ່ໃຊ້ໂດຍອົງການອະວະກາດໃນປະຈຸບັນ, ການສັງເກດເບິ່ງດາວເຄາະນ້ອຍທີ່ຢູ່ໃນເສັ້ນທາງການປະທະກັນຈະຊ່ວຍໃຫ້ຄິດເຖິງຍຸດທະ ສາດການປ້ອງກັນໄດ້ໄວຂຶ້ນ.