ທລຍ ສະໜັບສະໜູນທຶນແກ້ໄຂພື້ນຖານໂຄງລ່າງຢູ່ເມືອງສະໝ້ວຍ 10 ໂຄງການ

 ໃນປີ 2019 ກອງທຶນຫຼຸດຜ່ອນຄວາມທຸກຍາກ ຫຼື ທລຍ ໄດ້ສືບຕໍ່ສະໜັບສະໜູນທຶນຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກຂອງເມືອງພູດອຍແຂວງສາ ລະວັນໂດຍສະເພາະແມ່ນເມືອງສະໝ້ວຍໃນການກໍ່ສ້າງພື້ນຖານໂຄງລ່າງ, ເອື້ອອຳນວຍຄວາມສະດວກ ແລະໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການໃນດ້ານຕ່າງໆເປັນຕົ້ນ: ຊ່ວຍທຶນກໍ່ສ້າງຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ນໍ້າລິນ-ນໍ້າບາດານ ແລະອື່ນໆ, ໂດຍແມ່ນໄດ້ມີການປຶກສາຫາລືຂອງພໍ່ແມ່ປະຊາຊົນໃນແຕ່ລະກຸ່ມບ້ານເພື່ອຄັດເລືອກເອົາເປັນໂຄງການບຸລິມະສິດທີ່ຊຸມຊົນຕ້ອງການ.

  ທ່ານ ສິດທິເດດ ທໍາມະລາດ ຫົວໜ້າທີມກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງສະໝ້ວຍໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກຢູ່ເມືອງສະໝ້ວຍ ໃນປີ 2019 ຜ່ານມານີ້ ແມ່ນມີຜົນສໍາເລັດຕາມລະດັບຄາດໝາຍຊຶ່ງນອນຢູ່ໃນຮອບວຽນທີ 16 ມີ ທັງໝົດ 10 ໂຄງການມູນຄ່າ 2 ຕື້ກວ່າກີບ ແລະ ໄດ້ດຳເນີນໂຄງການ 2 ຮູບແບບຄື: ຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດ 2 ໂຄງການ ແລະ ຮູບແບບຜູ້ຮັບເໝົາຈັດຕັ້ງປະຕິບັດ 8 ໂຄງການ ແລະປະຕິບັດສຳເລັດ 100%, ຫຼາຍ ກວ່າໝູ່ແມ່ນຂົງເຂດສຶກສາເຊັ່ນ: ກໍ່ສ້າງໂຮງຮຽນປະຖົມບ້ານລະ ຕົວະ, ບ້ານຕັນຢູ, ສ້ອມແປງໂຮງຮຽນບ້ານພິນເຊ, ໂຄງການກໍ່ສ້າງລະບົບນໍ້າລິນບ້ານອາຊິງໃຕ້, ກໍ່ສ້າງນໍ້າບາດານບ້ານອາຈຶງໃຫຍ່, ສ້າງອ່າງເກັບນໍ້າບ້ານພິນເຊ, ສ້ອມແປງເສັ້ນທາງບ້ານປີໄຮ່, ໂຄງການຂະຫຍາຍຕາຂ່າຍໄຟຟ້າບ້ານເທດສະບານ ແລະໂຄງການກໍ່ສ້າງຊົນລະປະທານບ້ານລະຮາງ ແລະບ້ານກະເລງ. ໂດຍລວມປະຊາຊົນໃນແຕ່ລະບ້ານທີ່ໄດ້ຮັບໂຄງການແມ່ນມີຄວາມຕື່ນຕົວ,ຄວາມເປັນເຈົ້າການ ແລະ ປະກອບສ່ວນຢ່າງແຂງແຮງ, ທາງດ້ານແຮງງານ, ວັດສະດຸ, ການປະສານງານ ແລະອື່ນໆ, ພ້ອມທັງໄດ້ມີລະບຽບໃນການນຳໃຊ້ ແລະການປົກປັກຮັກສາໂຄງການຂອງຕົນອີກດ້ວຍ.

  ເມືອງສະໝ້ວຍ ແຂວງສາລະວັນ ເປັນເມືອງໜຶ່ງທີ່ໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອຈາກ ທລຍ, ຊຶ່ງໃນໄລຍະ 15 ປີ ນັບແຕ່ 2005-2019 ສາມາດປະຕິ ບັດໄດ້ 155 ໂຄງການມີມູນຄ່າເກືອບ 79 ຕື້ກີບ ແລະປະຊາຊົນໄດ້ປະກອບສ່ວນແຮງງານ, ວັດສະດຸທ້ອງຖິ່ນຄິດໄລ່ເປັນມູນຄ່າເກືອບ 6 ຕື້ກີບ, ຊຶ່ງໄດ້ເລັ່ງໃສ່ໃຫ້ໂຄງ ການຕອບສະໜອງໃຫ້ແກ່ຄອບຄົວກໍ່ຄືບ້ານທີ່ທຸກຍາກທີ່ສຸດໃຫ້ໄດ້ຮັບການຍົກລະດັບຊີວິດການເປັນຢູ່ດີຂຶ້ນ ແລະຫຼຸດຜ່ອນຄວາມທຸກຍາກໄປເທື່ອລະກ້າວ, ໂອກາດດຽວ ກັນນັ້ນກໍໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະສານງານຂັ້ນກຸ່ມບ້ານໃນໄລຍະຜ່ານມາຕື່ມອີກ.

  ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດໂຄງການ ທລຍ ເມືອງສະໝ້ວຍ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາຜ່ານມາ, ຢູ່ເມືອງສະໂມສອນເມືອງ,ໂດຍການເຂົ້າຮ່ວມຂອງ ທ່ານ ປະສອນໄຊ ອິນສີຊຽງໃໝ່ ຮອງຜູ້ອຳນວຍການ ທລຍ ສູນກາງ, ທ່ານ ບາເລ ບຸນສະຫວ່າງ ຮອງເຈົ້າເມືອງສະໝ້ວຍ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ທັງແມ່ນຜູ້ປະສານງານ ທລຍ ຂັ້ນແຂວງພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ຜູ້ປະສານງານ ທລຍ ຂັ້ນແຂວງ, ເມືອງ ແລະກຸ່ມບ້ານເຂົ້າຮ່ວມ.

_____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ