ສຶກສາຫຼວງພະບາງ ມອບເຄື່ອງນຸ່ງ ແລະອຸປະກອນກີລາ ໃຫ້ ມສ ໂພນທອງ

 ພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ ມອບ ເຄື່ອງນຸ່ງ ແລະອຸປະກອນກີລາໃຫ້ ແກ່ໂຮງຮຽນມັດທະຍົມສົມບູນ ໂພນທອງ ກຸ່ມໂພນທອງ ເມືອງ ໂພນໄຊ ລວມມູນຄ່າ 10 ລ້ານ ກວ່າກີບ, ພິທີມອບ-ຮັບເຄື່ອງດັ່ງ ກ່າວໄດ້ມີຂຶ້ນເມື່ອວັນທີ 14 ກຸມພາ ຜ່ານມາ ທີ່ໂຮງຮຽນ ມສ ດັ່ງ ກ່າວໂດຍໃຫ້ກຽດມອບຂອງທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ແລະຮັບຂອງ ທ່ານ ແສງເພັດ ລັດຕະນະ ຜູ້ອຳ ນວຍການໂຮງຮຽນ ມສ ໂພນທອງ ເຂົ້າຮ່ວມມີທ່ານ ໂພຍະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໂພນໄຊ, ທ່ານ ພັທ ຄຳ ເພົ້າ ປານມະນີ ຫົວໜ້າກຸ່ມໂພນ ທອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

ໂຮງຮຽນມັດທະຍົມສົມບູນ ໂພນທອງ ກຸ່ມໂພນທອງ ເມືອງ ໂພນໄຊ ຫ່າງຈາກຕົວເມືອງໂພນໄຊ ປະມານ 58 ກິໂລແມັດ (ທາງ ດິນແດງ) ມີອາຄານຮຽນທັງໝົດ 6 ຫຼັງ, ມີຫ້ອງຮຽນທັງໝົດ 25 ຫ້ອງ, ມີຄູ-ອາຈານ 46 ຄົນ, ຍິງ 11  ຄົນ ໃນນັ້ນຄູອາສາສະໝັກ 18 ຄົນ, ຍິງ 7 ຄົນ, ມີນັກຮຽນທັງ ໝົດ 890 ຄົນ, ຍິງ 375 ຄົນ, ສະເພາະເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີເຄື່ອງນຸ່ງທົ່ວໄປ, ເສື້ອ ກັນໜາວ, ຜ້າຫົ່ມ, ໝອນ ແລະອຸປະກອນກີລາອີກຈຳນວນໜຶ່ງລວມ ມູນຄ່າທັງໝົດ 10 ລ້ານກວ່າກີບ, ຊຶ່ງເຄື່ອງດັ່ງກ່າວແມ່ນເຄື່ອງທີ່ໄດ້ ຮັບມາຈາກກະຊວງສຶກສາທິການ ແລະກີລາເພື່ອນຳມາແຈກຢາຍໃຫ້ ນ້ອງນັກຮຽນຜູ້ທີ່ທຸກຍາກຂາດເຂີນ, ເດັກກໍ່າພ້າ, ກໍ່າພອຍເຂດຫ່າງ ໄກສອກຫຼີກຜູ້ດ້ອຍໂອກາດໃຫ້ມີອຸປະກອນຮັບໃຊ້ ແລະມີເຄື່ອງນຸ່ງ ຮົ່ມເພື່ອມີກຳລັງໃຈທີ່ດີໃນການຄົ້ນ ຄວ້າຮໍ່າຮຽນ.

 ໂອກາດນີ້, ທ່ານ ຊາຍສະຫວັນ ຈັນມານິດ ໄດ້ມີຄຳເຫັນໂອ້ລົມຄູ-ອາຈານ ໄດ້ເນັ້ນໝັກຫຼາຍບັນຫາເປັນຕົ້ນວຽກງານການພັດທະນາການສຶກສາ, ບັນຫາການປະລະຂອງນ້ອງນັກຮຽນ, ການປະເມີນ ການຮຽນ-ການສອນ, ການຮ່ວມ ໂມງສອນ, ການແຕ່ງບົດສອນຂອງຄູນອກນີ້ຍັງຮຽກຮ້ອງໃຫ້ຄູ-ອາຈານທຸກຄົນຈົ່ງເພີ່ມທະວີຄວາມຮັບຜິດຊອບສູງໃນການປະຕິບັດ ໜ້າທີ່ວຽກງານ, ມີຄວາມສາມັກຄີພ້ອມກັນຊອກຫາວິທີທາງແກ້ໄຂບັນຫາທີ່ຍັງຄ້າງຄາ, ສືບຕໍ່ປະຕິ ບັດຕາມແຜນຍຸດທະສາດການສຶກສາ ແລະຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ ເປັນປົກກະຕິ ແລະພ້ອມກັນພັດທະນາຄຸນນະພາບການສຶກສາຂອງໂຮງຮຽນໃຫ້ມີຄຸນນະພາບ, ສ້າງ ໂຮງຮຽນໃຫ້ເປັນໂຮງຮຽນສີຂຽວ ແລະກາຍເປັນໂຮງຮຽນຕົວແບບຕາມຈຸດປະສົງທີ່ວາງໄວ້.