ສາວເກົາຫຼີ ໂກຊູຈອງ ເສຍຊີວິດແລ້ວ

 ກາຍເປັນເລື່ອງເສົ້າໃນແວດວົງການບັນເທີງ ສ.ເກົາຫຼີ ເມື່ອນັກສະແດງສາວໂກຊູຈອງ ໄວ 24 ປີ ເສຍຊີວິດແລ້ວຫຼັງຈາກທີ່ເຄີຍມີຜົນງານໃນຮູບເງົາເລື່ອງ Goblin ແລະມີຜົນງານມິວສິກວິດີໂອ WithSeoul ຂອງວົງ BTS ມາກ່ອນ.

 ຕົ້ນສັງກັດ Story J Com pany ໄດ້ອອກຖະແຫຼ່ງການຢືນຢັນຂ່າວເສົ້າວ່າໂກຊູຈອງ Go Soojung ໄດ້ເສຍຊີວິດແລ້ວໂດຍລະບຸວ່າ: ເຮົາຈະຈົດຈໍາ ໂກຊູ ຈອງຕະຫຼອດໄປຜູ້ມີຮວຍຍີ້ມອັນ ສົດໃສສ່ອງສະວ່າງໃຫ້ກັບໂລກນີ້ ຂໍໃຫ້ໂກຊູຈອງ ໄປສູ່ສຸຂະຕີພາຍຫຼັງໄດ້ເປີດຂໍ້ສົງໃສກ່ຽວກັບສາ ເຫດເສຍຊີວິດ ໂດຍຕົ້ນສັງກັດ ໃຫ້ຂໍ້ມູນວ່ານາງເສຍຊີວິດຈາກອາການປ່ວຍທັງນີ້ ໂກຊູຈອງ ເກີດ ເມື່ອວັນທີ 24 ເມສາ 1995 ແລະເປີດໂຕມີຜົນງານຄັ້ງທຳອິດໃນຮູບເງົາເລື່ອງ Goblin ເມືອປີ 2016 ກ່ອນຈະໄດ້ຮ່ວມສະແດງໃນ Solomon’s Perjury ແລະປະກົດໂຕໃນມິວສິກວິດີໂອຂອງບອຍແບນດ໌ດັງລະດັບໂລກ BTS ມາແລ້ວ.