ຕົ້ນກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອ ຂອງອົງການສະຫະພັນກຳມະບານລາວ

ໂດຍ: ນຸດ ເຮົ້າອ່ອນຈັນ - ນສພ ເສດຖະກິດ-ສັງຄົມ

 ໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງເຂົ້າຮຸກຮານຍຶດຄອງເອົາຫວຽດນາມ, ລາວ ແລະກຳປູເຈຍເປັນຫົວເມືອງຂຶ້ນ, ແລ້ວສ້າງຕັ້ງເປັນສະຫະພັນ ອິນດູຈີນຝຣັ່ງເສດຂຶ້ນ, ສ່ວນປະເທດລາວພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຍຶດຄອງແຕ່ປີ 1893-1954 (61 ປີ) ໃນນັ້ນພວມເຂົາໄດ້ເກັບເກນເອົາຊາວໄຮ່ ນາໄປຂຸດ ຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງ ແຂວງຄຳມ່ວນ ໄປເປັນກຸລີເຮັດທາງ, ຈາກນັ້ນເກີດມີກຳມະກອນລະດູການດ້ວຍການນຳໃຊ້ແຮງງານນັບມື້ຫຼາຍຂຶ້ນ ແລະໄດ້ ກາຍເປັນກຳມະກອນອາຊີບຕໍ່ມາພວກເຂົ້າໄດ້ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ, ໂຮງຈັກໄຟຟ້າຈຳນວນ ໜຶ່ງຢູ່ບາງແຫ່ງ, ຈາກນັ້ນກຳ ມະກອນລາວກໍໄດ້ເພີ່ມຂຶ້ນເລື່ອຍໆ.

   ໃຕ້ການປົກຄອງຂອງພວມລ່າເມືອງຂຶ້ນຝຣັ່ງກຳມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງ ໜັກໜ່ວງທາງເສດຖະກິດ, ວັດທະນະທຳ-ສັງຄົມ, ພວກເຂົ້າບັງຄັບ ກຳມະກອນອອກແຮງງານ 14- 16 ຊົ່ວໂມງຕໍ່ມື້, ອອກແຮງງານ ຫຼາຍໃຫ້ຄ່າຕອບແທນໜ້ອຍ, ຖືກ ຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະ ມານຢ່າງແສນສາຫັດຈາກພວກ ລ່າເມືອງຂຶ້ນ ແລະນາຍທຶນ, ຊີວິດ ການເປັນຢູ່ຂອງກຳມະກອນ ແລະ ປະຊາຊົນລາວບັນ ດາເຜົ່າອຶດຢາກ ຂາດແຄນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບດ້ານການເມືອງ ແລະກົດໝາຍ, ບໍ່ໄດ້ຮັບການດູແລ ດ້ານສະຫວັດດີການສັງຄົມ, ບໍ່ໄດ້ ຮັບການສຶກສາຮໍ່າຮຽນ ແລະອື່ນໆ ໂທດກຳອັນໂຫດຮ້າຍປ່າເຖື່ອນ ຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳ ຕໍ່ຊົນຊັ້ນກຳມະກອນ ແລະຊາວຜູ້ ອອກແຮງງານລາວບັນດາເຜົ່າໄດ້ ສ້າງຄວາມເຈັບແສບ ແລະຄຽດ ແຄ້ນທີ່ສຸດສຳລັບຄົນລາວທຸກຄົນ ຕໍ່ໜ້າສະພາບການດັ່ງກ່າວກຳມະ ກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໄດ້ລຸກຂຶ້ນຕໍ່ ສູ້ຢ່າງອົງອາດກ້າຫານ, ໂດຍເລີ່ມ ຈາກການຕໍ່ສູ້ທີ່ມີລັກສະນະເກີດ ເອງຈົນກາຍເປັນຂະບວນການອັນ ກວ້າງຂວາງນຳພາໂດຍບັນພະບູ ລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້, ຕໍ່ ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸ ເດືອດ, ແຕ່ຂະບວນການຕໍ່ສູ້ໄລຍະ ນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກ ນຳພາ.

   ປີ 1930 ພັກຄອມມູນິດອິນດູ ຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍ ແມ່ນທ່ານປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ ແລະນຳພາ, ພັກໄດ້ວາງ ແນວທ່າງອັນຖືກ ຕ້ອງເພື່ອນຳພາ ຂະບວນການຕໍ່ສູ້ປົດປ່ອຍຊາດຢູ່ ອິນດູຈີນຕ້ານພວກລ່າເມືອງຂຶ້ນຝຣັ່ງພາຍຫຼັງທີ່ມີພັກນຳພາຂະບວນການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນກຳ ມະກອນ, ຊາວຜູ້ອອກແຮງ ງານ 3 ຊາດອິນດູຈີນ ຈຶ່ງສາມາດ ຍາດໄດ້ໄຊຊະນະເປັນກ້າວໆມາ, ພັກເຮົາໄດ້ຖືກເອົາແນວໂຮມແຫ່ງ ຊາດເປັນການເຕົ້າໂຮມຄວາມສາ ມັກຄີອັນກວ້າງຂວາງ, ຖືເອົາພັນ ທະພາບ, ກຳມະກອນ, ຊາວນາ ແລະນັກຮຽນຮູ້ປັນຍາຊົນເປັນກຳ ລັງແຮງພື້ນຖານຂອງພັກໃນການຜັນແຍກລ້ອມປ່ຽວ, ໂຄ່ງລົ້ມສັດຕູ ຂອງຊາດປີ 1946 ພັກກອມມູນິດ ອິນດູຈີນ ໄດ້ສ້າງຕັ້ງໜ່ວຍກຳມະ ບານຂຶ້ນເປັນເທື່ອທຳອິດຢູ່ບໍ່ກົ່ວ ໂພນຕິ້ວ, ພັກສືບຕໍ່ນຳ ພາກຳມະ ກອນ, ຊາວຜູ້ອອກແຮງງານ, ປະ ຊາຊົນລາວບັນດາເຜົ່າດຳເນີນການ ຕໍ່ສູ້ລົບລ້າງລັດທິລ່າເມືອງຂຶ້ນແບບ ເກົ່າພາຍຫຼັງຈັກກະພັດຝຣັ່ງປະລາໄຊ, ຈັກກະພັດອາເມລິກາໄດ້ນຳ ໃຊ້ລັດທິລ່າເມືອງຂຶ້ນແບບໃໝ່ເຂົ້າມາຮຸກຮານ, ຍຶດຄອງລາວ.

  ໃນປີ 1951 ກອງປະຊຸມພັກ ກອມມູນິດອິນດູຈີນຄັ້ງທີ ll ໄດ້ຕົກ ລົງເປັນເອກະພາບໃຫ້ແຕ່ລະປະເທດສ້າງຕັ້ງພັກການເມືອງທີ່ມີໂຄງການການເມືອງ, ກົດລະ ບຽບຂອງພັກແທດເໝາະກັບ ຄວາມເປັນຈິງຂອງປະເທດໃຜ ລາວຂຶ້ນ, ຈາກນັ້ນພັກປະຊາຊົນ ລາວ (ພັກປະຊາຊົນປະຕິບັດລາວ ໃນປະຈຸບັນ) ໄດ້ຮັບການສ້າງຕັ້ງ ຂຶ້ນໃນວັນທີ 22 ມີນາ 1955 ພັກ ໄດ້ວາງໂຄງການ ການເມືອງອອກ ເປັນຕົ້ນກຳນົດວ່າ: ປົວແປງຊີວິດ ການເປັນຢູ່ຂອງປະຊາຊົນທຸກຊັ້ນ ຄົນ, ຕໍ່ກຳມະກອນຕ້ອງຮັບປະກັນ ໃຫ້ມີວຽກເຮັດງານທຳ ແລະຕ້ອງ ໄດ້ຮັບການດູແລເບິ່ງແຍງເປັນ ຢ່າງດີ,  ຕໍ່ຊາວໄຮ່ນາຕ້ອງມີດິນ ໄຮ່-ດິນນາເພື່ອຂະຫຍາຍກະສິກຳ  ແລະມີຢູ່ມີກິນ, ຕໍ່ຊາວຜູ້ອອກແຮງ ງານດ້ວຍມັນສະໝອງຕ້ອງມີການ ໃຊ້ເຂົາເຈົ້າຢ່າງສົມກຍດ ແລະ ຊ່ວຍເຫຼືອເຂົາເຈົ້າເພື່ອຂະຫຍາຍ ຄວາມຮູ້ຄວາມສາມາດ, ຕໍ່ນາຍ ທຶນອຸດສາຫະກຳ-ການຄ້າຕ້ອງມີ ການສົ່ງເສີມເຂົາເຈົ້າໃນການດຳ ເນີນການຜະລິດທຸລະກິດ ເພື່ອພັດ ທະນາອຸດສາຫະກຳ-ການຄ້າ, ຕໍ່ ຜູ້ຊົງຄຸນວຸດທິທີ່ຮັກຊາດ, ເຈົ້າກົກ -ເຈົ້າເຫຼົ່າຕ້ອງມີນະໂຍບາຍອັນ ເໝາະສົມ, ນອກນັ້ນ ຍັງໄດ້ກຳນົດ ບ່ອນຢືນຂອງພັກວ່າ”ແມ່ນພັກ ຂອງຊົນຊັ້ນກຳມະກອນລາວທີ່ຖື ລັດທິມາກ-ເລນິນ ເປັນລະບົບ ແນວ ຄິດຊີ້ນຳໆພາ ໂດຍຖືກຳລັງແຮງມາ ຈາກມະຫາຊົນ”.

  ພາຍໃຕ້ການຊີ້ນຳໆພາອັນສະຫຼາດສ່ອງໃສຂອງພັກ, ມາເຖິງ ວັນທີ 1 ກຸມພາ 1956 ກົມການ ເມືອງສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານ ລາວຂຶ້ນຢ່າງເປັນທາງການຢູ່ເຂດ ທີ່ໝັ້ນແຂວງຫົວພັນ ໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ ນຳ ໂດຍມີຈຸດປະສົງເພື່ອສືບຕໍ່ໂຄສະນາປຸກລະດົມຂົນຂວາຍເຕົ້າ ໂຮມກຳມະກອນ, ຊາວຜູ້ອອກ ແຮງງານລາວບັນດາເຜົ່າໃຫ້ມີ ຄວາມຕື່ນຕົວປະຕິວັດມີນໍ້າໃຈຮັກ ຊາດ, ມີທັດສະນະຊົນຊັ້ນກຳມະ ກອນມີຄວາມຕື່ນຕົວທາງດ້ານຊົນ ຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍ ປະຊາທິປະໄຕ, ມີລະບຽບແບບ ແຜນ,  ເປັນພົນລະເມືອງດີຂອງ ຊາດ, ສົ່ງເສີມການມີວຽກເຮັດ ງານທຳ ແລະເປັນຕົວແທນໃຫ້ແກ່ ການປົກປ້ອງສິດຜົນປະໂຫຍດອັນ ຊອບທຳໃຫ້ກຳມະກອນ, ຊາວຜູ້ ອອກແຮງງານລາວບັນດາເຜົ່າ, ກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການ ໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະພັດທະນາປະເທດຊາດຕາມ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

  ປີ 1966 ສູນກາງພັກໄດ້ຕົກ ລົງປັບປຸງການຈັດຕັ້ງກຳມະບານ ຢ່າງເປັນທາງການ ໂດຍມອບ ຄວາມຮັບຜິດຊອບໃຫ້ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ຊີ້ນຳ, ເພື່ອສືບ ຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະກອບສ່ວນໃນພາລະ ກິດຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງເຂດ ປົດປ່ອຍເປັນລັດໜຶ່ງ, ກຽມທຸກ ເງື່ອນໄຂເພື່ອປົດປ່ອຍປະເທດຊາດ ຢ່່າງສົມບູນໜ້າທີ່ຕົ້ນຕໍຂອງກຳມະ ບານຖືເອົາການໂຄສະນາປະຕິບັດ ແນວທາງຂອງພັກແຕ່ລະໄລຍະ ເປັນເນືອໃນໃຈກາງຂອງການ ເຄື່ອນໄຫວສ້າງຂະບວນການ ຕ່າງໆ, ທຸກສິ່ງທຸກຢ່າງເພື່ອຮັບໃຊ້ ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມ ແຂງສຶກສາອົບຮົມມະຫາຊົນ, ເຮັດ ຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນ ຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມ ການກໍ່ສ້າງກຳລັງໃນກົມກອງ ທ້ອງຖິ່ນຕ່າງໆ, ປຸກລະດົມຊຸກຍູ້ ຂະບວນການຕໍ່ສູ້ຂອງມະຫາຊົນ ໃຫ້ຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດ ໝັ້ນແນວທາງນະໂຍບາຍຂອງພັກ: ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະເອກະພາບ ການລຸກຮື້ ຂຶ້ນຕໍ່ສູ້ຂອງກຳມະກອນຢູ່ໃນທົ່ວປະເທດໄດ້ເປັນຂະບວນການຟົດຟື້ນ, ດຸເດືອດ, ຂ້ຽວຂາດ ແລະພິ ລະອາດຫານ.

   ເດັ່ນກວ່າໝູ່ແມ່ນຂະບວນການກຳມະກອນໄຟຟ້າລາວໄດ້ເປີດສາກໃຫ້ແກ່ຂະບວນການລຸກຮື້ຂຶ້ນປະທ້ວງອຳນາດການປົກຄອງຢ່າງແຂງແຮງ, ເປັນທ່າແຮງໃຫ້ ແກ່ການຕໍ່ສູ້ທາງດ້ານການເມືອງ ເຮັດໃຫ້ຂະບວນລຸກຮື້ຂຶ້ນຢ່າງຕໍ່ ເນື່ອງຈົນເຖິງວັນທີ 23 ສິງຫາ 1975 ພັກໄດ້ປຸກລະດົມປວງຊົນ ລາວທັງຊາດລຸກຮື້ຂຶ້ນໂຄ່ນລົ້ມລະ ບົບເກົ່າ ແລະສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຊຶ່ງເປັນບາດລ້ຽວປະຫວັດ ສາດອັນສຳຄັນຂອງຊາດລາວເຮົາ.

ພາຍຫຼັງສ້າງຕັ້ງລະບວບໃໝ່, ກົມການເມືອງສູນກາງພັກໄດ້ສືບ ຕໍ່ຊີ້ນຳການເຄື່ອນໄຫວຂອງສະຫະ ພັນກຳມະບານລາວມີຄວາມໜັກ ແໜ້ນ ແລະເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງການຈັດຕັ້ງ ສະຫະພັນກຳມະບານລາວເປັນ ລະບົບແຕ່ສູນກາງລົງຮາກຖານ ໃນທົ່ວປະເທດ, ໃນນີ້ເພື່ອກະກຽມ ໃຫ້ການດຳເນີນກອງປະຊຸມໃຫຍ່ ກຳມະບານທົ່ວປະເທດຄັ້ງທີ l ສູນ ກາງພັກໄດ້ແຕ່ງຕັ້ງຄະນະຄົ້ນຄວ້າ ປັບປຸງການຈັດຕັ້ງກຳມະບານ ລາວຂຶ້ນປະກອບມີ 5 ທ່ານ ໂດຍແມ່ນ ທ່ານ ສະນັ່ນ ສຸດທິຈັກ ກຳ ມະການສູນກາງພັກເປັນປະທານ.

  (ອ່ານຕໍ່ສະບັບໜ້າ)