ອາຫານລົດຊາດບໍ່ຫວານ ແຕ່ສ່ຽງເປັນເບົາຫວານ

   ຫຼາຍຄົນອາດຈະຮູ້ດີອາຫານທີ່ມີລົດຊາດຫວານຫຼາຍເປັນສາເຫດໜຶ່ງຂອງພະຍາດເບົາຫວານແຕ່ມັນບໍ່ມີພຽງອາຫານຫວານເທົ່ານັ້ນທີ່ສ່ຽງເປັນພະຍາດເບົາຫວານເພາະອາຫານທີ່ບໍ່ມີລົດຊາດຫວານບາງປະເພດອາດຈະເຮັດໃຫ້ເຮົາສ່ຽງເປັນພະຍາດເບົາຫວານໄດ້ຖ້າເປັນໄປໄດ້ຄວນຫຼີກລ່ຽງ ຫຼືຫຼຸດປະລິມານການຮັບປະທານອາຫານເຫຼົ່ານີ້ລົງເພາະວ່າອາຫານປະເພດຄາໂບໄຮເດດສາມາດປ່ຽນເປັນນໍ້າຕານໃນລະຫວ່າງການຍ່ອຍອາຫານໃນຮ່າງກາຍເຮົາໄດ້ເພື່ອດູດຊຶມນໍາໄປໃຊ້ງານ,ນໍາໄປເປັນພະລັງ ງານໃຫ້ກັບຮ່າງກາຍ ແລະຖ້າເຮົາກິນເຂົ້າໄປຫຼາຍຈົນເກີນຄວາມຈໍາເປັນກໍອາດຈະເຮັດໃຫ້ມີນໍ້າຕານໃນຮ່າງກາຍ ຫຼືໃນເສັ້ນເລືອດສູງເກີນໄປຈົນເຮັດໃຫ້ເຮົາສ່ຽງຕໍ່ການເປັນພະຍາດເບົາຫວານໄດ້.

  • - ອາຫານລົດຊາດຈັດເຊັ່ນ: ຕໍາໝາກຫຸ່ງ, ຜັດເຜັດ, ແກງເຜັດ.
  • - ເຂົ້າ ແລະອາຫານປະເພດເສັ້ນ: ແປ້ງ ແລະນໍ້າຕານຈັດເປັນອາຫານໃນໝວດໝູ່ຄາໂບໄຮເດດ.
  • - ເຂົ້າໜົມປັງ: ອາຫານທີ່ມີສ່ວນປະກອບຂອງແປ້ງລ້ວນແຕ່ເປັນອາຫານທີ່ມີຄາໂບໄຮເດດເປັນສ່ວນປະກອບຫຼັກ.