4 ປະເພດອາຫານໄຂມັນທີ່ດີຕໍ່ຫົວໃຈ

 ຫຼາຍຄົນຮູ້ດີວ່າອາຫານທີ່ມີໄຂມັນສູງຈະສົ່ງຜົນຮ້າຍຕໍ່ຫົວໃຈເພາະມັນເປັນສາເຫດຂອງໄຂມັນໃນເລືອດສູງ ແລະໄຂມັນອຸດຕັນເສັ້ນເລືອດ ຊຶ່ງມັນສ່ຽງຕໍ່ການເປັນພະຍາດຕ່າງໆ ທີ່ກ່ຽວຂ້ອງກັບຫົວໃຈ ແລະຫຼອດເລືອດທີ່ອັນຕະລາຍເຖິງແກ່ຊີວິດ, ແຕ່ກົງກັນຂ້າມເຮົາຍັງມີອາຫານທີ່ອຸດົມໄປດ້ວຍໄຂມັນລົດຊາດແຊບ ແລະຍັງດີຕໍ່ຫົວໃຈເພາະມັນຈະຊ່ວຍຫຼຸດ ຄວາມສ່ຽງໃນການເປັນໂລກຫົວໃຈ ແລະຫຼອດເລືອດຕ່າງໆໄດ້ເປັນ ຢ່າງດີ.

  1. - ນໍ້າມັນໝາກກອກ: ຫຼີກລ່ຽງ ການໃຊ້ນໍ້າມັນໝາກພ້າວ ຫຼື ເນີຍ ໃນການປຸງແຕ່ງອາຫານແຕ່ທັ້ງນີ້ບໍ່ຄວນກິນອາຫານທອດຫຼາຍເກີນໄປ.
  2. - ປາທະເລ: ປາແຊລ໌ມ້ອນ, ປາທູນ່າ ແລະປາທະເລອື່ນໆ ໄຂມັນຈາກປາທະເລເປັນໄຂມັນທີ່ດີ ຕໍ່ຮ່າງກາຍ, ເພີ່ມປະລິມານໄຂມັນ ທີ່ດີ ແລະຊ່ວຍຫຼຸດປະລິມານໄຂມັນ ທີ່ບໍ່ດີໃນຮ່າງກາຍລົງ.
  3. - ທັນຍະພືດຕ່າງໆ: ຖົ່ວຊະ ນິດຕ່າງໆ ບໍ່ວ່າຈະເປັນຖົ່ວເຫຼືອຖົ່ວຂຽວ, ງາຂາວ ແລະອື່ນໆຈະມີວິຕາມິນ ແລະໄຂມັນທີ່ດີຕໍ່ຮ່າງກາຍສູງ, ນອກຈາກນັ້ນ ຍັງມີກາກໃຍອາຫານທີ່ດີຕໍ່ລະບົບຂັບ ຖ່າຍອີກດ້ວຍ.
  4. - ໝາກອະໂວກາໂດ: ເປັນໝາກໄມ້ທີ່ມີໄຂມັນດີຕໍ່ຮ່າງກາຍ ເພາະມີວິຕາມິນ A, B, D, E, ເບ ຕ້າແຄໂລທີນ  ແລະຊີແຊນທີນໂປຣ ຕີນ ແລະຍັງມີພະລັງງານສູງ.
  5. - ໄຂ່ໄກ່: ອຸດົມໄປດ້ວຍໂປຣ ຕີນຊ່ວຍເພີ່ມລະດັບໄຂມັນດີ, ຊ່ວຍທໍາຄວາມສະອາດຫຼອດເລືອດຫົວໃຈໃຫ້ສະອາດ, ຫຼຸດໄຂມັນໃນບໍລິເວນຂອບຫຼອດເລືອດຫົວໃຈ ແລະຫຼຸດຄວາມສ່ຽງໃນການເປັນພະຍາດຫຼອດເລືອດຫົວໃຈອຸດຕັນໄດ້.