ອັດຕະປື ຈັດເກັບລາຍຮັບງົບປະມານໄດ້ເພີ່ມຂຶ້ນ 9,90%

 ໃນສົກປີ 2019 ສະພາບ ທາງດ້ານການເງິນຢູ່ແຂວງອັດຕະປື ເຖິງວ່າໄດ້ພົບຂໍ້ຫຍຸ້ງຍາກ ຫຼາຍປະການ ໂດຍຕິດພັນກັບການ ແກ້ໄຂບັນຫາໜີ້ສິນສາທາລະນະ, ໜີ້ສິນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຈັດເກັບອາກອນ ແລະພັນທະຕ່າງໆບໍ່ໄດ້ທັນຕາມກຳນົດສັນຍາ ຫຼືບັນຫາອື່ນໆທີ່ເກີດຂຶ້ນ ແຕ່ດ້ວຍຄວາມເອົາໃຈໃສ່ ດ້ານວິຊາສະເພາະ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະທິດທາງໜ້າທີ່ວຽກງານຮອບດ້ານຂອງພະແນກການເງິນ ສາມາດຈັດເກັບລາຍຮັບໄດ້ ລື່ນແຜນການ 2 ຕື້ກວ່າກີບ ທຽບ ໃສ່ໄລຍະດຽວກັນຂອງສົກປີ 2018 ເພິ່ມຂຶ້ນ 9,90%.

  ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ ງົບປະມານປີ 2019 ແລະວາງ ທິດທາງແຜນການປີ 2020 ພະແນກການເງິນແຂວງອັດຕະປື ໄດ້ຈັດຂຶ້ນເມື່ອອາທິດຜ່ານມາໂດຍ ການເປັນປະທານຂອງ ທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງ, ມີພະນັກງານການນຳ, ເຈົ້າ ເມືອງ ແລະພະນັກງານການເງິນ ທົ່ວແຂວງອັດຕະປືເຂົ້າຮ່ວມ.

  ທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນເເຂວງ ອັດຕະປື ໄດ້ຍົກໃຫ້ເຫັນວ່າ: ການ ຈັດເກັບລາຍຮັບເຂົ້າງົບປະມານ ຂອງແຂວງ ປະຈຳສົກປີ 2019 ປະຕິບັດໄດ້ທັງໝົດ 141 ຕື້ກີບ ເທົ່າກັບ 100,52%, ທຽບໃສ່ໄລ ຍະດຽວກັນຂອງປີ 2018 ເພີ່ມ ຂຶ້ນ 9,90%, ລື່ນແຜນ 2 ຕື້ກວ່າ ກີບ ໃນນີ້ ລາຍຮັບສູນກາງ 36 ຕື້ ກີບ ເທົ່າກັບ 99,43% ທຽບໃສ່ 2018 ເພີ່ມຂຶ້ນ 8,33%, ຂະແໜງສ່ວຍສາອາກອນ 536 ລ້ານກີບ, ເທົ່າກັບ 119,19%, ພາສີກອງ+ ດ່ານ 30 ຕື້ກີບ ເທົ່າກັບ 85,23%, ກອງກວດກາພາສີ 6 ຕື້ກີບ ເທົ່າ ກັບ 169%, ດ່ານພາສີພູເກືອ 23 ຕື້ ກວ່າກີບ ເທົ່າກັບ 73,74%, ລາຍຮັບຊັບສິນຂອງລັດ 6 ຕື້ກີບ ເທົ່າກັບ 169% ແລະ ລາຍຮັບປະກັນໄຟ 20 ລ້ານກີບ ເທົ່າກັບ 28,17%; ລາຍຮັບທ້ອງຖິ່ນປະຕິບັດໄດ້ 104 ຕື້ກວ່າກີບ ເທົ່າກັບ 94,35% ທຽບ ໃສ່ປີ 2018 ເພີ່ມຂຶ້ນ 1,98%, ສ່ວຍສາອາກອນ 92 ຕື້ກວ່າກີບ ເທົ່າກັບ 99,47%, ຊັບສິນ 12 ຕື້ກວ່າກີບ ເທົ່າກັບ 113,02%.

  ຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ, ງົບປະມານປີ 2019 ແລະທິທາງແຜນ ການປີ 2020 ຜູ້ເຂົ້າຮ່ວມຍັງໄດ້ ປະກອບຄຳຄິດຄຳເຫັນເຂົ້າໃສເນື້ອ ໃນບົດສະຫຼຸບ ແລະທິດທາງແຜນການ ປີ 2020 ເພື່ອໃຫ້ສອດຄ່ອງ ແລະຮັບຮອງນຳໄປຈັດຕັ້ງປະຕິບັດ ໃຫ້ບັນລຸຜົນສຳເລັດ ໂດຍສືບຕໍ່ ຈັດຕັ້ງປະຕິບັດໃຫ້ໄປຕາມທິດຄຳສັ່ງແນະນຳຂອງເຈົ້າແຂວງອັດຕະປື ເລກທີ 23/ຈຂ.ອປ ລົງວັນທີ 5 ພະຈິກ 2019 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ຊຶ່ງຕາມແຜນການຄາດຄະເນລາຍຮັບສະເລ່ຍແຜນງົບປະມານ ປີ 2020 ຕາມຄຳສັ່ງຂອງທ່ານເຈົ້າແຂວງ ພະແນກ ການເງິນຈະສູ້ຊົນເກັບເພິ່ມໃຫ້ໄດ້ 171 ຕື້ກີບ ໂດຍອີງ ໃສ່ລາຍຮັບທີ່ເກີດຂຶ້ນແລ້ວ ຫຼື ເກີດ ຂຶ້ນໃໝ່ອີກໃນແຕ່ລະປີ.

---

ໂດຍ: ເທວາ