ເມືອງຊານໄຊ ຕ້ອງການແຫຼ່ງທຶນໃສ່ວຽກຈຸດສຸມໃນ 5 ປີຕໍ່ໜ້າ 109 ຕື້ກວ່າກີບ

  ທິດທາງ ແລະໜ້າທີ່ລວມ ຂອງແຜນການພັດທະນາເສດຖະກິດ-ສັງຄົມຢູ່ເມືອງຊານໄຊ ແຂວງ ອັດຕະປື ຕາມມະຕິກອງປະຊຸມ ໃຫຍ່ຂອງອົງຄະນະພັກເມືອງຄັ້ງ ທີ XIII ທີ່ໄດ້ເປີດຂຶ້ນໃນວັນທີ 17- 18 ກຸມພາ 2020 ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະໄດ້ຮັບຮອງ ຢ່າງເປັນເອກກະສັນເພື່ອຮັບປະ ກັນໃຫ້ເມືອງໄດ້ມີສະຖຽນລະພາບ ທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໄປໄກອີກບາດກ້າວໃໝ່.

 ນັບແຕ່ປີ 2020-2025 ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຕາມທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຊຸດໃໝ່ຈະຕ້ອງໄດ້ພ້ອມກັນສານຕໍ່ແລະຈັດຕັ້ງປະຕິບັດຕາມແນວທາງ ຂອງພັກໃຫ້ປະກົດຜົນເປັນຈິງເພື່ອຮັບປະກັນໃຫ້ແກ່ບັນດາທິດ ທາງ, ໜ້າທີ່ ແລະຄາດໝາຍສູ້ຊົນ ທີ່ໄດ້ກຳນົດໄວ້ໃນແຜນ 5 ປີ ຕໍ່່ໜ້າ ນັ້ນ ເຊິ່ງມາໃນປະຈຸບັນທັງເມືອງ ຍັງມີຄວາມຕ້ອງການທຶນເພື່ອການ ພັດທະນາທັງໝົດ 109,24 ຕື້ກີບ ກວມເອົາ 38,4 ຂອງ (GDP) ໃນນີ້ ຕ້ອງການງົບປະມານຂອງລັດ 38 ຕື້ກີບ ກວມເອົາ 34,8% ຂອງການ ທຶນທັງໝົດ, ທຶນຊ່ວຍເຫຼືອເພື່ອ ການພັດທະນາ 32,8 ຕື້ກີບ ກວມ ເອົາ 30%; ທຶນເອກະຊົນພາຍໃນ ແລະຕ່າງປະເທດ 28 ຕື້ກີບ ກວມ ເອົາ 25,6%; ສິນເຊື່ອທະນາຄານ 10,44 ຕື້ກີບ ກວມເອົາ 9,6% ຂອງການລົງທຶນທັງໝົດ, ການແກ້ ໄຂຄວາມທຸກຍາຮອດປີ2024 ໃຫ້ຫຼຸດລົງຍັງເຫຼືອ 5%, ສ້າງບ້ານ ພັດທະນາໃຫ້ໄດ້ 6 ບ້ານ, ສ້າງຄອບ ຄົວພັດທະນາໃຫ້ໄດ້ 3,300 ຄອບຄົວ, ສ້າງບ້ານໃຫຍ່ໃຫ້ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດໃຫ້ ໄດ້ 3 ບ້ານ; ສ້າງຄອບຄົວດ້ານກະສິກຳໃຫ້ໄດ້ 15 ຄອບຄົວ, ສ້າງຕົວ ແບບໃນການຢຸດຖາງປ່າເຮັດໄຮ່ ໃຫ້ໄດ້ 12 ບ້ານ, ຂະຫຍາຍໄຟຟ້າ ໃຫ້ໄດ້ 100% ແລະຂະຫຍາຍພື້ນ ຖານໂຄງລ່າງໃຫ້ໄດ້ 80% ພ້ອມ ນີ້ ກໍ່ຍັງມີບັນດາຂົງເຂດວຽກງານ ອື່ນໆ.

  ທ່ານ ສຸວັນສີ ແກ້ວວິເສີດ ໃນຖານະໄດ້ຮັບໜ້າທີ່ດຳລົງຕໍາແໜງ ເປັນເລຂາອົງຄະນະພັກເມືອງຄົນໃໝ່ດ້ວຍຄວາມເຊື່ອໝັ້ນຂອງປະຊາຊົນຢ່າງໜັກແໜ້ນໃນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ XIII ໃນວັນທີ 17-18 ກຸມພາ 2020 ຜ່ານມາ ຢັ້ງຢື້ນໃຫ້ຮູ້ວ່າ:ເພື່ອໃຫ້ບັນລຸຕາມທິດທາງຕາມມະຕິກອງປະຊຸມໃຫຍ່ໄດ້ຮັບຮອງເອົາ ທິດທາງ, ໜ້າທີ່ລວມ ແລະຄາດ ໝາຍຈຸດສຸຄມໃນ 5 ປີຕໍ່ໜ້ານັ້ນຂໍຮຽກຮ້ອງມາຍັງບັນດາຄະນະບໍ ລິຫານງານພັກເມືອງຊຸດໃໝ່ແຕ່ລະສະຫາຍຈົງສຸມສະຕິປັນຍາເຂົ້າ ໃນການຈັດຕັ້ງປະຕິບັດ ແລະມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງຂອງຕົນ, ຄະນຳແຕ່ລະຂັ້ນ ຕ້ອງສູ້ຊົນຍຸກສູງຄວາມສາມາດນຳພາ ແລະລັກຊະນະນຳໜ້າຂອງ ອົງຄະນະພັກເມືອງ, ຢຶດໝັ້ນຕໍ່ແນວທາງຂອງພັກປະຊາຊົນປະຕິວັດລາວ, ຮັກສາມູນເຊື້ອຄວາມສາມັກຄີພາຍໃນຄະນະພັກແຕ່ລະຂັ້ນ ແລະປະຊາຊົນບັນດາເຜົ່າ, ນຳໃຊ້ ຊັບພະຍາກອນທຸກທ່າແຮງທີ່ມີໃຫ້ ເກີດຜົນປະໂຫຍສູງສຸດ ພ້ອມກັນສືບຕໍ່ພັດທະນາ ແລະແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ກວ່າເກົ່າ.

---

ໂດຍ: ເທວາ