ຫວຽດນາມ ມີຄວາມຕັ້ງໃຈສືບຕໍ່ຈັດການແຂ່ງຂັນ F1 Grand Prix ເຖິງວ່າຢ້ານໄວຣັດ

 ສຳນັກຂ່າວຕ່າງປະເທດລາຍງານວ່າ ການແຂ່ງຂັນ Formula One Grand Prix ຂອງຫວຽດນາມຈະຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ໃນເດືອນເມສາ ຕາມແຜນທີ່ວາງໄວ້ຕາມຂໍ້ມູນທີ່ຜູ້ຈັດງານເປີດເຜີຍຕໍ່ສຳນັກຂ່າວເອເອັຟພີໃນວັນອັງຄານວານນີ້ວ່າ: ເຖິງແມ່ນວ່າການແຂ່ງ ຂັນ Chinese Grand Prix ໃນ ສປ ຈີນ ຈະຖືກເລື່ອນເວລາອອກໄປ ຈາກກຳນົດເກົ່າແມ່ນວັນທີ 19 ເມສາ ຍ້ອນວ່າມີການລະບາດຂອງເຊື້ອໄວຣັດໂຄວິດ-19, ການລະບາດໄວຣັດ ໄດ້ເຮັດໃຫ້ການແຂ່ງຂັນກີລາອາ ຊີຖືກເລື່ອນອອກໄປຫຼາຍປະເພດ ລວມທັງການແຂ່ງຂັນຣັກບີ້ Hong Kong Sevens.

 ແຕ່ທ່ານ ເລງອກຈີ ຜູ້ບໍລິຫານການແຂ່ງຂັນ Vietnam Grand Prix ກ່າວຕໍ່ ເອເອັຟພີວ່າການແຂ່ງຂັນ F1 ຄັ້ງທຳອິດຂອງຫວຽດນາມ ຈະດຳເນີນຕໍ່ໄປຕາມທີ່ກຳນົດໃນວັນທີ 5 ເມສານີ້, ແຕ່ການຢັ້ງຢືນ ຂອງຫວຽດນາມຈະສືບຕໍ່ຈັດຕັ້ງການແຂ່ງຂັນ ເພື່ອສ້າງປະຫວັດສາດອັນສຳຄັນຂອງຊາດອາດຈະມີຄວາມສ່ຽງທີ່ຈະເຮັດໃຫ້ເກີດການລະບາດໃນ ບັນດາຜູ້ເຂົ້າຊົມການແຂ່ງຂັນເພາະວ່າໃນເວລານີ້ ສະຖານະການຢູ່ຫວຽດ ນາມມີຄວາມວິຕົກກັງວົນ ແລະໄດ້ກັກກັນໝູ່ບ້ານທີ່ມີປະຊາກອນປະມານ 50.000 ຄົນ.

 ໃນອາທິດທີ່ຜ່ານມາ ຫວຽດນາມໄດ້ກາຍເປັນປະເທດດຽວທີ່ຢູ່ນອກ ສປ ຈີນ ໃນການບັງຄັບໃຊ້ການກັກ ກັ້ນປະຊາຊົນເປັນຈຳນວນຫຼາຍ ເພື່ອຄວບຄຸມການລະບາດຂອງໄວຣັດ, ໂດຍມີດ່ານກວດກາຕັ້ງຢູ່ອ້ອມຮອບ ບ້ານ 6 ແຫ່ງຢູ່ແຂວງເຊີນລອຍ ຫ່າງຈາກນະຄອນຫຼວງຮ່າໂນ້ຍປະມານ 40 ກິໂລແມັດ ພາຍຫຼັງທີ່ໄດ້ພົບເຫັນ 6 ຄົນ ຕິດເຊື້ອໄວຣັດຢູ່ທີ່ນັ້ນ, ມີຜູ້ຕິດເຊື້ອຢູ່ຫວຽດນາມທັງໝົດ 16 ຄົນ.

 ຫວຽດນາມຈະຈັດການແຂ່ງຂັນ F1 ເປັນຄັ້ງທຳອິດ ໂດຍການເຮັດສັນຍາເປັນເວລາ 10 ປີ ມີມູນຄ່າຫຼາຍ ລ້ານໂດລາສະຫະລັດ ກັບ Formula One ໃນປີກາຍນີ້, ຕໍ່ມາສື່ມວນຊົນຂອງລັດຖະບານກ່າວວ່າ ຫວຽດນາມ ຈະຕ້ອງຈ່າຍຄ່າທຳນຽມໃຫ້ບໍລິສັດ Formula One ເຖິງ 60 ລ້ານໂດລາຕໍ່ປີ, ຜູ້ທີ່ຮັບຜິດຊອບຄ່າທຳນຽມເຕັມແມ່ນບໍລິສັດເອກະຊົນທີ່ໃຫຍ່ທີ່ສຸດໃນປະເທດຄື VinGroup ຊຶ່ງມີຄວາມຫວັງຫຼາຍຕໍ່ກັບງານແຂ່ງຂັນນີ້.

------

ໜັງສືພິມ ເສດຖະກິ-ສັງຄົມ